ທ່ານສີຈິ້ນຜິງຕອບຈົດໝາຍເພື່ອໃຫ້ກຳລັງໃຈນັກສຶກສາວິຊາຄູ: ໄປຮອດບ່ອນທີ່ປະເທດຊາດ ແລະ ປະຊາຊົນຕ້ອງການທີ່ສຸດ

2022-09-08 16:56:04 CRI


ວັນທີ 7 ກັນຍານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຕອບຈົດໝາຍຄືນໃຫ້ນັກສຶກສາວິຊາຄູ ໃນ “ໂຄງການສ້າງຄູດີເດັ່ນ” ຂອງມະຫາວິທະຍາໄລສ້າງຄູປັກກິ່ງ, ໂດຍຝາກຄວາມຫວັງຢ່າງຈິງໃຈຕໍ່ເຂົາເຈົ້າ. ເນື່ອງໃນໂອກາດ ວັນສ້າງຕັ້ງມະຫາວິທະຍາໄລສ້າງຄູປັກກິ່ງ ຄົບຮອບ 120 ປີ ແລະ ວັນຄູ ຄັ້ງທີ 38 ຂອງຈີນໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍ ແລະ ຄວາມຢື້ຢາມຖາມຂ່າວຕໍ່ຄູອາຈານ ນັກສຶກສາ ພະນັກງານ ແລະ ຜູ້ທີ່ຮຽນຈົບຈາກມະຫາວິທະຍາໄລດັ່ງກ່າວ, ພ້ອມທັງໄດ້ສົ່ງຄຳອວຍພອນວັນບຸນໄປໃຫ້ຄູອາຈານທັງຫຼາຍໃນທົ່ວປະເທດຈີນ.

 

ເນື້ອໃນຈົດໝາຍຕອບຂອງທ່ານສີຈິ້ນຜິງລະບຸວ່າ, ເມື່ອເຂົ້າຮຽນເປັນເວລາ 1 ປີທີ່ຜ່ານມາ, ພວກທ່ານໄດ້ຜ່ານການຮ່ຳຮຽນໃນໂຮງຮຽນ, ແລະ ຜ່ານພຶດຕິກຳ ສະໜັບສະໜູນການສຶກສາຢູ່ບ່ອນທຸກຍາກ, ໄດ້ມີຄວາມຮູ້ເພີ່ມຂຶ້ນ ແລະ ມີສາຍຕາ ກວ້າງໄກ, ມີສະຕິໜັກແໜ້ນຍິ່ງຂຶ້ນທີ່ດຳເນີນການສຶກສາຢູ່ຮາກຖານ. ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ.

 

ເນື້ອໃນຈົດໝາຍຕອບຂອງທ່ານສີຈິ້ນຜິງຊີ້ອອກວ່າ, ມະຫາວິທະຍາໄລສ້າງຄູປັກກິ່ງແມ່ນໂຮງຮຽນຊັ້ນສູງດ້ານການສ້າງຄູຍຸກປັດຈຸບັນທີ່ສ້າງຂຶ້ນກ່ອນໝູ່ຂອງຈີນ, ໄດ້ບຳລຸງສ້າງຄູອາຈານຜູ້ດີເດັ່ນຈຳນວນຫຼວງຫຼາຍໃຫ້ແກ່ປະເທດຊາດ. ຫວັງວ່າພວກທ່ານຈະສືບຕໍ່ປະຕິບັດຕາມຄະຕິປະຈຳໂຮງຮຽນທີ່ວ່າ “ຮຽນເພື່ອເປັນຄູ ການປະພຶດເປັນແບບແຜນຂອງຊາວໂລກ”, ຖະນຸຖະໜອມເວລາ, ຮ່ຳຮຽນຢ່າງດຸໝັ່ນ, ຝຶກຝົນຄຸນສົມບັດ, ເສີມສ້າງຄວາມສາມາດດ້ານການສຶກສາ, ຫຼັງຈາກຮຽນຈົບແລ້ວໄປບ່ອນທີ່ປະເທດຊາດ ແລະ ປະຊາຊົນຕ້ອງການທີ່ສຸດ, ພະຍາຍາມກາຍເປັນຄູອາຈານ “4 ມີ” ທີ່ພັກ ແລະ ປະຊາຊົນພໍໃຈ ປະກອບສ່ວນເຂົ້າໃນການບຳລຸງສ້າງຜູ້ສ້າງສາ ແລະ ຜູ້ສືບທອດສັງຄົມນິຍົມທີ່ພັດທະນາຢ່າງຮອບດ້ານ.

 

ເລີ່ມແຕ່ປີ 2021 ເປັນຕົ້ນມາ, ລັດຖະບານຈີນໄດ້ເລີ່ມດຳເນີນ “ແຜນບຳລຸງສ້າງຄູດີເດັ່ນເພື່ອສະໜັບສະໜູນເຂດດ້ອຍພັດທະນາຂອງພາກກາງ ແລະ ພາກຕາເວັນຕົກຈີນ”, ໂດຍ ມະຫາວິທະຍາໄລສ້າງຄູທີ່ຂຶ້ນກັບກະຊວງສຶກສາທິການໂດຍກົງ ແລະ ໂຮງຮຽນສ້າງຄູທ້ອງຖິ່ນໄດ້ບຳລຸງສ້າງນັກສຶກສາວິຊາຄູປະມານ 10.000 ຄົນໃຫ້ແກ່ 832 ເມືອງທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ໂຮງຮຽນປະຖົມ ໂຮງຮຽນມັດທະຍົມຢູ່ເມືອງຊາຍແດນທາງບົກ ທີ່ຢູ່ທາງພາກກາງ ແລະ ພາກຕາເວັນຕົກຂອງຈີນໃນທຸກໆປີ.