ທ່ານສີຈິ້ນຜິງກ່າວເນັ້ນວ່າ: ອອກແຮງຊຸກຍູ້ການປະດິດສ້າງໃໝ່ຂອງວິສາຫະກິດ

2022-09-08 17:02:09 CRI


ຕອນເຊົ້າວັນທີ 8 ກັນຍານີ້, ກອງປະຊຸມພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍແບບມືອາຊີບ ຂະແໜງການສະເພາະ ມີເອກະລັກພິເສດ ແລະ ເປັນຮູບແບບໃໝ່ທົ່ວປະເທດຈີນປີ 2022 ໄດ້ຈັດຂຶ້ນຢູ່ນະຄອນນານກິ່ງແຂວງຈ່ຽງຊູ່ຈີນ. ທ່ານສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມຊົມເຊີຍຢ່າງສຸດໃຈ.

 

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ວິສາຫະກິດຂະໜາດກາງ ແລະ ນ້ອຍແມ່ນພົວພັນກັບເປັນພັນເປັນໝື່ນຄອບຄົວ, ເປັນກຳລັງສຳຄັນທີ່ຊຸກຍູ້ການປະດິດສ້າງໃໝ່ ການປະກອບອາຊີບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ຫວັງວ່າວິສາຫະກິດຂະໜາດກາງ ແລະ ນ້ອຍແບບມືອາຊີບ ຂະແໜງການສະເພາະ ມີເອກະລັກພິເສດ ແລະ ເປັນຮູບແບບໃໝ່ຈະສຸມໃສ່ວຽກຫຼັກ, ດຳເນີນງານຢ່າງລະອຽດ, ເສີມຂະຫຍາຍບົດບາດອັນສຳຄັນກວ່າເກົ່າເຂົ້າໃນການຍົກສູງຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ຕ່ອງໂສ້ການສະໜອງ, ແລະຊຸກຍູ້ການພັດທະນາເສດຖະກິດສັງຄົມ.

 

    ທ່ານສີຈິ້ນຜິງຮຽກຮ້ອງໃຫ້ຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງເດັດດ່ຽວຈັດຕັ້ງປະຕິບັດນະໂຍບາຍຂອງສູນກາງພັກ, ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ, ເພີ່ມທະວີການສະໜັບສະໜູນຕໍ່ວິສາຫະກິດຂະໜາດກາງ ແລະ ນ້ອຍ, ເພີ່ມຄວາມໝັ້ນໃຈໃຫ້ແກ່ການພັດທະນາຂອງວິສາຫະກິດ, ອອກແຮງຊຸກຍູ້ການປະດິດສ້າງໃໝ່ຂອງວິສາຫະກິດ, ເພີ່ມທະວີການປົກປ້ອງຊັບສິນທາງປັນຍາ, ກະຕຸກຊຸກຍູ້ໃຫ້ເກີດມີວິສາຫະກິດຂະໜາດກາງ ແລະ ນ້ອຍແບບມືອາຊີບ ຂະແໜງການສະເພາະ ມີເອກະລັກພິເສດ ແລະ ເປັນຮູບແບບໃໝ່ ຫຼາຍຂຶ້ນກວ່ເກົ່າ.