ຈີນຄົ້ນພົບແຮ່ທາດໃໝ່ຢູ່ດວງຈັນ

2022-09-10 15:18:31 cri

ວັນທີ 9 ກັນຍານີ້ ເຊິ່ງເປັນມື້ກ່ອນບຸນໄຫວ້ພະຈັນຂອງຈີນ, ອົງການການບິນອະວະກາດແຫ່ງຊາດຈີນ ແລະອົງການພະລັງງານປະລະມານູແຫ່ງຊາດຈີນ ໄດ້ຮ່ວມກັນເປີດເຜີຍຜົນການຄົ້ນຄວ້າວິທະຍາສາດຫຼ້າສຸດຂອງໂຄງການຍານສຳຫຼວດດວງຈັນ “ສາງເອີ 5” ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ. ນັກວິທະຍາສາດຈີນໄດ້ຄົ້ນພົບແຮ່ທາດໃໝ່ຢູ່ດວງຈັນເປັນຄັ້ງທຳອິດ ເຊິ່ງຖືກໃສ່ຊື່ວ່າ “ຫີນສາງເອີ”. ນີ້ເປັນແຮ່ທາດໃໝ່ຊະນິດທີ 6 ທີ່ມວນມະນຸດຄົ້ນພົບຢູ່ດວງຈັນ ແລະຈີນກໍໄດ້ກາຍເປັນປະເທດທີ 3 ໃນໂລກທີ່ໄດ້ຄົ້ນພົບແຮ່ທາດໃໝ່ຢູ່ດວງຈັນ.

ວັນທີ 17 ທັນວາ ປີ 2020, ຍານສຳຫຼວດດວງຈັນ “ສາງເອີ 5” ໄດ້ກັບຄືນສູ່ໜ່ວຍໂລກ ໂດຍນຳເອົາຕົວຢ່າງ 1.731g ຈາກດວງຈັນ. ປັດຈຸບັນ, ອົງການການບິນອະວະກາດແຫ່ງຊາດຈີນໄດ້ມອບຕົວຢ່າງຈາກດວງຈັນ 4 ງວດ ລວມທັງໝົດ 53.625,7mg ໃຫ້ລົງມືຄົ້ນຄວ້າແລ້ວ. ສ່ວນຕົວຢ່າງຈາກດວງຈັນງວດທີ 5 ກຳລັງດຳເນີນການກວດກາ ແລະພິຈາລະນາ ແລະຈະມອບໃຫ້ຄົ້ນຄວ້າຕາມຂັ້ນຕອນ.