ແຂວງປາປົວຂອງອິນໂດເນເຊຍເກີດໄພແຜ່ນດິນໄຫວສອງຄັ້ງທີ່ເປັນຂະໜາດ 6,0 ລິກເຕີຂຶ້ນໄປ

2022-09-10 15:22:16 cri

ຕອນເຊົ້າວັນທີ 10 ກັນຍານີ້, ຢູ່ແຂວງປາປົວ ທີ່ພາກຕາເວັນອອກຂອງອິນໂດເນເຊຍໄດ້ເກີດໄພແຜ່ນດິນໄຫວຂະໜາດ 6,0 ລິກເຕີ ແລະຂະໜາດ 6,2 ລິກເຕີຕາມລຳດັບ. ປັດຈຸບັນ, ຍັງບໍ່ທັນມີລາຍງານຜູ້ເສຍຊີວິດ, ບາດເຈັບ ແລະຜົນ ເສຍຫາຍທາງຊັບສິນເທື່ອ.

ຕາມຂໍ້ມູນຈາກອົງການອຸຕຸນິຍົມ, ດິນຟ້າອາກາດ ແລະພູມສາດຟິຊິກອິນໂດເນເຊຍໃຫ້ຮູ້ວ່າ: ໄພແຜ່ນດິນໄຫວສອງຄັ້ງຢູ່ແຂວງປາປົວ ໄດ້ເກີດຂຶ້ນໃນເວລາ 6 ໂມງ 44 ນາທີ ແລະ 7 ໂມງ 5 ນາທີຕາມເວລາຈາກາຕາ, ຈຸດໃຈກາງແຜ່ນດິນໄຫວຂອງໄພແຜ່ນດິນໄຫວສອງຄັ້ງດັ່ງກ່າວຫ່າງຈາກກັນ 12 ກິໂລແມັດ, ຈຸດສູນກາງແຜ່ນດິນໄຫວສອງຄັ້ງຢູ່ເລິກລົງໄປໃຕ້ດິນ 10 ກິໂລແມັດ ແລະ 16 ກິໂລແມັດ.

ອົງການອຸຕຸນິຍົມ, ດິນຟ້າອາກາດ ແລະພູມສາດຟິຊິກອິນໂດເນເຊຍບໍ່ໄດ້ແຈ້ງເຕືອນຄື້ນຊຶນາມິໃນຄັ້ງນີ້ ແຕ່ໄດ້ແຈ້ງເຕືອນວ່າ ອາດຈະມີແຮງສັ່ນສະເທືອນຕາມມາຢູ່ເຂດໃກ້ຄຽງຈຸດໃຈກາງແຜ່ນດິນໄຫວ ເພື່ອໃຫ້ປະຊາຊົນຈົ່ງມີສະຕິລະວັງຕົວ.