ປະທານາທິບໍດີຣັດເຊຍ: ສະບຽງອາຫານອູແກຣນມີພຽງແຕ່ 3% ໄດ້ສົ່ງອອກໄປສູ່ປະເທດທຸກຍາກທີ່ສຸດ

2022-09-10 17:05:05 cri


ວັນທີ 9 ກັນຍານີ້, ທ່ານວາລະດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ຈັດກອງປະຊຸມຄວາມໝັ້ນຄົງສະຫະພັນຣັດເຊຍ, ເພື່ອຫາລືບັນຫາສະບຽງອາຫານ. ໃນເວລາປະກອບຄຳເຫັນ, ທ່ານປູຕີນກ່າວວ່າ, ປີນີ້, ຣັດເຊຍໄດ້ສົ່ງອອກສະບຽງອາຫານສູ່ຕ່າງປະເທດ 30 ລ້ານໂຕນແລ້ວ, ຖ້າເກັບກ່ຽວຜົນຜະລິດໄດ້ດີ, ຣັດເຊຍຍັງມີແຜນຈະເພີ່ມການສົ່ງສະບຽງອາຫານອອກສູ່ຕ່າງປະເທດເຖິງ 50 ລ້ານໂຕນ ຫຼືຫຼາຍກວ່າ 50 ລ້ານໂຕນ.


ທ່ານປູຕີນຍັງກ່າວເນັ້ນວ່າ, ປັດຈຸບັນ, ສະບຽງອາຫານທີ່ອູແກຣນສົ່ງອອກນັ້ນ ເກືອບບໍ່ໄດ້ສົ່ງໄປປະເທດທີ່ພວມພັດທະນາ, ເລື່ອງນີ້ບໍ່ຕ້ອງສົງໄສ, ເພາະຣັດເຊຍມີການບັນທຶກໄວ້ໝົດແລ້ວ, ສະບຽງອາຫານອູແກຣນມີພຽງແຕ່ 3% ເທົ່ານັ້ນໄດ້ສົ່ງອອກໄປສູ່ປະເທດທຸກຍາກທີ່ສຸດ, ຕົວເລກນີ້ຈຳເປັນຕ້ອງເພີ່ມຂຶ້ນ. ທ່ານປູຕີນຍັງກ່າວວ່າ, ຣັດເຊຍຢາກເອົາຝຸ່ນເຄມີຫຼາຍແສນໂຕນທີ່ຄ້າງຢູ່ທ່າກຳປັ່ນເອີຣົບນັ້ນ ອຳນວຍໃຫ້ປະເທດທີ່ພວມພັດທະນາທີ່ມີຄວາມຕ້ອງການຕໍ່ຝຸ່ນເຄມີຢ່າງຮີບດ່ວນ ໂດຍບໍ່ເກັບຄ່າ, ໃນນັ້ນ, ຈະອຳນວຍຝຸ່ນໂປຕັດຊຽມກ່ອນ.