ກະຊວງການຕ່າງປະເທດຈີນ: ການພົວພັນຈີນ-ສະຫະພາບອາຟຣິກາ ແລະການພົວພັນຈີນ-ອາຟຣິກາ ຈະຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ

2022-09-10 17:10:27 cri

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 9 ກັນຍານີ້, ມີນັກຂ່າວຖາມວ່າ, ມື້ນີ້, ທ່ານສີຈີ້ນຜິງ ປະທານປະເທດຈີນ ກັບທ່ານມາຄີ ຊາວ ປະທານໝູນວຽນຂອງສະຫະພາບອາຟຣິກາ, ປະທານາທິບໍດີເຊເນການ ໄດ້ສົ່ງໂທລະເລກອວຍພອນເຊິ່ງກັນແລະກັນ, ເພື່ອສະເຫຼີມສະຫຼອງສະຫະພາບອາຟຣິກາສ້າງຕັ້ງຂຶ້ນຄົບຮອບ 20 ປີ ແລະຈີນກັບສະຫະພາບອາຟຣິກາ ສ້າງສາຍພົວພັນທາງການທູດຄົບຮອບ 20 ປີ. ກະຊວງການຕ່າງປະເທດຈີນມີຄວາມເຫັນແນວໃດຕໍ່ວັນແລະປີທີ່ພິເສດນີ້?


ທ່ານນາງໝາວນີງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວວ່າ, ມື້ນີ້ແມ່ນວັນສະຫະພາບອາຟຣິກາ, ທ່ານປະທານສີຈີ້ນຜິງ ກັບທ່ານມາຄີ ຊາວ ປະທານໝູນວຽນຂອງສະຫະພາບອາຟຣິກາ, ປະທານາທິບໍດີເຊເນການ ໄດ້ສົ່ງໂທລະເລກອວຍພອນໃຫ້ກັນ, ເພື່ອສະເຫຼີມສະຫຼອງສະຫະພາບອາຟຣິກາສ້າງຕັ້ງຂຶ້ນຄົບຮອບ 20 ປີ ແລະຈີນກັບສະຫະພາບອາຟຣິກາ ສ້າງສາຍພົວພັນທາງການທູດຄົບຮອບ 20 ປີ. ນີ້ແມ່ນເທື່ອທຳອິດໃນປະຫວັດການພົວພັນລະຫວ່າງຈີນກັບອາຟຣິກາ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນກັບອາຟຣິກາມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ການສາມັກຄີຮ່ວມມືກັນຢ່າງສືບເນື່ອງ, ແລະຄວາມຕັດສິນໃຈອັນເດັດດ່ຽວໃນການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາ ໃນຍຸກໃໝ່.


ພວກຂ້າພະເຈົ້າຍິນດີຮ່ວມກັນກັບອາຟຣິກາເພີ່ມທະວີການແລກປ່ຽນແລະການປະສານງານກັນ, ລົງເລິກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງ, ສືບຕໍ່ເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນ ໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງຂອງກັນແລະບັນຫາສຳຄັນທີ່ສອງຝ່າຍສົນໃຈ, ຮ່ວມກັນຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ- ສະຫະພາບອາຟຣິກາ ແລະການພົວພັນຈີນ-ອາຟຣິກາ ຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ.