“ສາມຄົນຍ່າງນຳກັນ ຢູ່ໃນຫັ້ນຕ້ອງມີຜູ້ທີ່ເປັນອາຈານໃຫ້ຕົນໄດ້” ຄືທັດສະນະທ່າທີຂອງການນຳຂັ້ນສູງພັກກອມມູນິດຈີນໃນການເຄົາລົບຄູອາຈານແລະຖືສຳຄັນຄຸນສົມບັດ

2022-09-10 19:06:25 cri

 

ວັນທີ 10 ກັນຍາ ເປັນວັນຄູແຫ່ງຊາດຈີນ. ການເຄົາລົບນັບຖືຄູອາຈານແລະຖືສຳຄັນຄຸນສົມບັດ ເປັນ ມູນເຊື້ອອັນດີງາມຂອງປະຊາຊາດຈີນ. ກ່ອນຫນ້ານີ້ປະມານ 2.500 ປີ, ຂົງຈື້, ນັກນຶກຄິ, ນັກການເມືອງ, ນັກການສຶກສາ ແລະ ຜູ້ສ້າງທິດສະດີສຳນັກຂົງຈື້ຂອງຈີນເຄີຍກ່າວວ່າ: “ສາມຄົນຍ່າງນຳກັນ ຢູ່ໃນຫັ້ນຕ້ອງມີຜູ້ທີ່ເປັນອາຈານໃຫ້ຕົນໄດ້” ເຊິ່ງຄວາມນີ້ເປັນຄວາມທີ່ຮູ້ຈັກກັນດີຂອງຊາວຈີນ ແລະກາຍເປັນຈິດໃຈແລະວິທີການຮ່ຳຮຽນທີ່ລ້ຳຄ່າຂອງຊາວຈີນໃນຍຸກປັດຈຸບັນ.ການຮ່ຳຮຽນແບບລວມໝູ່ຂອງ ບັນດາກຳມະການກົມການເມືອງສູນກາງ ພັກກອມມູນິດຈີນ ເຊິ່ງເປັນກົງຈັກການນຳຂອງພັກກອມມູນິດຈີນທີ່ເປັນພັກກຳອຳນາດຈີນກໍເປັນການສະແດງໃຫ້ເຮັດເຖິງຈິດໃຈການຮ່ຳຮຽນດັ່ງກ່າວ.

ບັນດາກຳມະການກົມການເມືອງສູນກາງພັກກອມມູນິດຈີນໄດ້ຮຽນນຳບັນດາຜູ້ຊ່ຽວຊານແລະນັກວິຊາການໃນຖານະເປັນຄູອາຈານ. ໃນ 5 ປີທີ່ຜ່ານມາ ໃນການຮ່ຳຮຽນແບບລວມໝູ່ຂອງກົມການເມືອງສູນກາງພັກກອມມູນິດຈີນລວມທັງໝົດ 41 ຄັ້ງຜ່ານມານີ້, ນັກວິຊາການຈາກມະຫາວິທະຍາໄລຂອງນະຄອນຫຼວງປັກກິ່ງ,ນະຄອນຊຽຽໄຮ້,ແຂວງເຈີ້ຈ່ຽງ, ແຂວງຈ່ຽງຊູແລະທ້ອງຖິ່ນອື່ນໆ ພ້ອມດ້ວຍຜູ້ຊ່ຽວຊານໃນຂົງເຂດຕ່າງໆເຊັ່ນ ການເງິນ, ວິທະຍາສາດເຕັກນິກ, ກົດໝາຍ,ບູຮານນະຄະດີ ແລະອື່ນໆລວມທັງໝົດ 34 ທ່ານໄດ້ໃຫ້ການສອນດ້ວຍຫົວຂໍ້ສະເພາະ ພ້ອມທັງໄດ້ປະກອບຄຳເຫັນແລະຂໍ້ສະເໜີຂອງຕົນ. ບັນດາສະຫາຍກົມການເມືອງສູນກາງພັກກອມມູນິດຈີນໄດ້ຕັ້ງໃຈຟັງການສອນແລະດຳເນີນການປຶກສາຫາລືກັນ.

ບັນດາກຳມະການກົມການເມືອງສູນກາງພັກກອມມູນິດຈີນຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ. ໃນການຮ່ຳຮຽນແບບລວມໝູ່ຂອງກົມການເມືອງສູນກາງພັກກອມມູນິດຈີນລວມທັງໝົດ 41 ຄັ້ງຜ່ານມານີ້, ບັນດາສະຫາຍຂອງກົມການເມືອງສູນກາງພັກກອມມູນິດຈີນໄດ້ປິ່ນອ້ອມຫົວຂໍ້ຕ່າງໆເຊັ່ນ: ການສ້າງລະບົບເສດຖະກິດທີ່ທັນສະໄໝ, ບັນລຸເປົ້າໝາຍການປອດການປ່ອຍກາກບອນດີອົກຊິດແລະການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງເປັນຕົ້ນ ໂດຍໄດ້ຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງແລະແລກປ່ຽນຄວາມຄິດຄວາມເຫັນນຳກັນເປັນ 5 ຄັ້ງ.

ນອກນີ້, ບັນດາສະຫາຍກົມການເມືອງສູນກາງພັກກອມມູນິດຈີນຍັງໄດ້ຖອດຖອນບົດຮຽນຈາກຕ່າງປະເທດ. ຕົວຢ່າງ: ໃນເວລາຮ່ຳຮຽນແບບລວມໝູ່, ເຂົາເຈົ້າໄດ້ທົບທວນຄືນ “ຖະແຫຼງການພັກກອມມູນິດ” ເພື່ອຍົກສູງຄວາມສາມາດແລະລະດັບຂອງທົ່ວພັກໃນການໝູນໃຊ້ຫຼັກມູນພື້ນຖານຂອງລັດທິມາກເຂົ້າໃນການແກ້ໄຂບັນຫາຕົວຈິງຂອງຈີນໃນຍຸກປັດຈຸບັນ, ບັນດາສະຫາຍກົມການເມືອງສູນກາງພັກກອມມູນິດຈີນຍັງໄດ້ຮຽນນຳຄົນຮຸ່ນກ່ອນ. ຕົວຢ່າງ: ຜ່ານຈາກການຮັບຮູ້ຜົນໄດ້ຜົນເສຍດ້ານການຄຸ້ມຄອງຂຸນນາງໃນປະຫວັດສາດຈີນ, ຖອດຖອນບົດຮຽນໃຫ້ກັບການກໍ່ສ້າງຖັນແຖວພະນັກງານທີ່ມີຄຸນນະພາບສູງ.

ພ້ອມດຽວກັນນັ້ນ, ບັນດາສະຫາຍກົມການເມືອງສູນກາງພັກກອມມູນິດຈີນຍັງໄດ້ລົງຢ້ຽມຢາມ,ສຳຫຼວດຄົ້ນຄວ້າຕົວຈິງຢູ່ທ້ອງຖິ່ນຕ່າງໆເພື່ອຊອກຫາວິທີການ. ຕົວຢ່າງ: ເຂົາເຈົ້າໄດ້ເດີນທາງໄປຢ້ຽມຢາມຕຶກສື່ໃໝ່ຂອງສຳນັກງານໜັງສືພິມປະຊາຊົນລາຍວັນຂອງຈີນຫຼືເຢີນມິນຢື້ປ້າວ ເພື່ອສົນທະນາກັບພະນັກງານນັກຂ່າວຢ່າງໃກ້ຊິດ, ຕໍ່ສາຍລົມກັບເລຂາທີໜຶ່ງທີ່ປະຈຳການຢູ່ບ້ານທຸກຍາກເພື່ອລຶບລ້າງຄວາມທຸກຍາກ ເຊິ່ງເປັນການດຳເນີນ ໂມງຮຽນຂອງການຮ່ຳຮຽນແບບລວມໝູ່ຢູ່ແຖວໜ້າແຫ່ງການພັດທະນາສາລະພັດສື່.

“ສາມຄົນຍ່າງນຳກັນ ຢູ່ໃນຫັ້ນຕ້ອງມີຜູ້ທີ່ເປັນອາຈານໃຫ້ຕົນໄດ້” ຂໍມອບຄຳບູຮານຈີນນີ້ໃຫ້ທ່ານ,ພວກເຮົາຈົ່ງມາຮ່ວມກັນເຄົາລົບນັບຖືແລະຮູ້ບຸນຄຸນຕໍ່ຄູອາຈານ. ເນື່ອງໃນໂອກາດວັນຄູແຫ່ງຊາດຈີນທີ່ໝູນວຽນມາເຖິງ, ຂໍອວຍພອນໃຫ້ບັນດາຄູອາຈານຈົ່ງມີຄວາມສຸກກາຍສະບາຍໃຈ!