ຂະບວນລົດໄຟດ່ວນຈີນ-ເອີຣົບ ຂະບວນທີ 10.000 ໃນປີນີ້ໄດ້ເດີນທາງໄປຮອດນະຄອນແຮມເບີກ ປະເທດເຢຍລະມັນ

2022-09-10 15:30:56 cri

ວັນທີ 9 ກັນຍານີ້, ຂະບວນລົດໄຟດ່ວນຈີນ-ເອີຣົບ ຂະບວນທີ 10.000 ໃນປີນີ້ ໄດ້ເດີນທາງໄປຮອດນະຄອນແຮມເບີກ ທີ່ເປັນດ່ານທາງລົດໄຟໃຫຍ່ທີ່ສຸດຂອງເຢຍລະມັນ.

ຕາມຂ່າວແຈ້ງວ່າ: ລົດໄຟຂະບວນນີ້ຊື່ວ່າ “ສາງອ່ານ” ເຊິ່ງໄດ້ອອກເດີນທາງຈາກສະຖານີດ່ານສາກົນຊີ່ອ່ານ ແຂວງສານຊີ່ ປະເທດຈີນ ໃນວັນທີ 21 ສິງຫາຜ່ານມານີ້ ໂດຍໄດ້ບັນທຸກຜະລິດຕະພັນຕ່າງໆທີ່ຜະລິດໂດຍວິສາຫະກິດຂອງແຂວງສານຊີ່.

ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃນສອງປີຜ່ານມານີ້, ການຂົນສົ່ງທາງທະເລ ແລະທາງອາກາດບໍ່ໂລ່ງລ່ຽນ, ສ່ວນຄ່າ ຂົນສົ່ງກໍເພີ່ມສູງຂຶ້ນ. ແຕ່ຂະບວນລົດໄຟດ່ວນຈີນ-ເອີຣົບຍັງສາມາດໃຫ້ບໍລິການຢ່າງມີປະສິດທິຜົນ ເຊິ່ງມີບົດບາດສຳຄັນຕໍ່ການຮັບປະກັບຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ.