ງານລາຕີສະຫຼອງບຸນໄຫວ້ພະຈັນ2022ຂອງCMGສະແດງໃຫ້ເຫັນນ້ຳໃຈຊາດຈີນຢ່າງດູດດື່ມ

2022-09-10 12:06:13 cri



   ລາຍການງານລາຕີສະຫຼອງບຸນໄຫວ້ພະຈັນ2022ຂອງວິທະຍຸໂທລະພາບສູນກາງຈີນຫຼືCMGຈະອອກອາກາດໃນເວລາ 20 ໂມງຂອງວັນທີ 10 ກັນຍາ2022, ໃນຄ່ຳຄືນສະຫຼອງບຸນໄຫວ້ພະຈັນເຊິ່ງເປັນບຸນປະເພນີຂອງຈີນຢ່າງເບີກບານມ່ວນຊື່ນຄືແນວນີ້, ງານລາຕີດັ່ງກ່າວຈະມີລາຍການທີ່ໜ້າປະທັບໃຈທ່າມ ກາງບັນຍາກາດທີ່ເປັນສິລິມຸງຄຸນແລະເບີກບານມ່ວນຊື່ນໃຫ້ລູກຫຼານປະຊາຊາດຈີນໃນທົ່ວໂລກໄດ້ຮັບຊົມ.



ງານລາຕີສະຫຼອງບຸນໄຫວ້ພະຈັນຂອງCMGປີນີ້ ແມ່ນເລືອກຈັດຂຶ້ນຢູ່ ເມືອງຈ່າງເຈ່ຍກາງນະຄອນຊູໂຈ່ວແຂວງຈ່ຽງຊູ, ທ່າມກາງສຽງເພງທີ່ອອນຊອນ ຂອງງີ້ວຄຸນສູ ເພື່ອຈັດງານລາຕີສະຫຼອງບຸນໄຫວ້ພະຈັນທີ່ມີເອກະລັກ ພິເສດຂອງຊູໂຈ່ວເຊິ່ງເປັນບ້ານແຄມນ້ຳທີ່ມີຊື່ສຽງຂອງຈີນ.       ໂດຍປະຕິບັດຕາມແນວຄວາມຄິດປະດິດສ້າງດ້ວຍວິທະຍາສາດເຕັກນິກ, ງານ ລາຕີສະຫຼອງບຸນໄຫວ້ພະຈັນປີນີ້ຈະສຸມໃສ່ການນຳສະເໜີແບບເຊື່ອມໂຍງແນວຄິດ,ສິລະປະແລະເຕັກໂນໂລຊີເຂົ້າກັນດ້ວຍການປະສົມປະສານການສະແດງ ສິລະປະທີ່ປ່ຽມລົ້ນໄປດ້ວຍຄວາມຮູ້ສຶກອັນເລິກເຊິ່ງ,ວັດທະນະທຳທີ່ມີປະຫວັດສາດອັນຍາວນານແລະພື້ນທີ່ຕົວຈິງທີ່ມີທິວທັດພູຜາແມ່ນ້ຳອັນງົດງາມ ເຊິ່ງສາ ມາດສະແດງໃຫ້ເຫັນມົນສະເໜ່ທີ່ມີເອກະລັກຂອງວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງປະຊາຊາດຈີນຢ່າງມີຊີວິດຊີວາ, ສະແດງໃຫ້ເຫັນຄວາມສາມັກຄີຮ່ວມ ແຮງຮ່ວມໃຈເປັນປຶກແຜ່ນແລະຄວາມພາກພູມໃຈຂອງປະຊາຊາດຈີນ.



 ຮອດເວລານັ້ນ, ງານລາຕີສະຫຼອງບຸນໄຫວ້ພະຈັນຈະອອກອາກາດໃນເວລາ20ໂມງຂອງວັນທີ 10 ກັນຍານີ້ຜ່ານຊ່ອງCCTV-1 CCTV-3 CCTV-4 CCTV-15,ຊ່ອງພາບທີ່ມີຄວາມລະອຽດສູງ8K,APPຂອງCCTVNEWS,CMG Mobile,ເວັບໄຊCCTV.com ແລະສື່ໃໝ່ອື່ນໆ ພ້ອມດ້ວຍສື່ສັງຄົມອອນລາຍຕ່າງປະເທດເພື່ອຖ່າຍທອດສົດໃຫ້ຜູ້ຊົມທົ່ວໂລກໄດ້ຮັບຊົມ.