ທ່ານສີຈີ້ນຜິງສົ່ງໂທລະເລກອວຍພອນໄປຍັງທ່ານກີມເຈິງອຸນ ຜູ້ນຳສູງສຸດ ສປປ ເກົາຫຼີ ເນື່ອງໃນໂອກາດວັນຊາດ ສປປ ເກົາຫຼີ ຄົບຮອບ 74 ປີ

2022-09-10 17:09:04 cri


ວັນທີ 9 ກັນຍານີ້, ທ່ານສີຈີ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ສົ່ງໂທລະເລກອວຍພອນ ໄປຍັງທ່ານກີມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານຄະນະກຳມະການແຫ່ງລັດ ສປປ ເກົາຫຼີ ເນື່ອງໃນໂອກາດວັນຊາດ ສປປ ເກົາຫຼີ ຄົບຮອບ 74 ປີ.


ເນື້ອໃນໂທລະເລກຂອງທ່ານສີຈີ້ນຜິງ ໄດ້ລະບຸວ່າ, ໃນໄລຍະ 74 ປີຜ່ານມານີ້, ປະຊາຊົນ ສປປ ເກົາຫຼີ ມີຄວາມສາມັກຄີຢ່າງແໜ້ນແຟ້ນ ພາຍໃຕ້ການນຳພາຂອງພັກແຮງງານເກົາຫຼີ, ບຸກບືນສູ້ຊົນກ້າວໄປຂ້າງໜ້າຢ່າງບໍ່ລົດລະ, ຊຸກຍູ້ພາລະກິດສ້າງສາສັງຄົມນິຍົມໃຫ້ໄດ້ຮັບໝາກຜົນອັນສຳຄັນ. ໃນຖານະທີ່ເປັນສະຫາຍທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະໝູ່ເພື່ອນທີ່ດີ, ພວກຂ້າພະເຈົ້າມີຄວາມພາກພູມໃຈຢ່າງຈິງໃຈຕໍ່ກັບເລື່ອງນີ້.


ໂທລະເລກຂອງທ່ານສີຈີ້ນຜິງຍັງລະບຸຕື່ມວ່າ, ຈີນ ກັບ ສປປ ເກົາຫຼີມີສາຍພູສາຍນ້ຳຕິດຈອດກັນ, ມີໄມຕີຈິດມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານແລະມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ຂ້າພະເຈົ້າກັບສະຫາຍເລຂາທິການໃຫຍ່ກິມເຈິງອຸນ ໄດ້ບັນລຸຄວາມເຫັນທີ່ເປັນເອກະສັນກັນອັນສຳຄັນຫຼາຍຢ່າງ ກ່ຽວກັບການວາງແຜນການຂະຫຍາຍການພົວພັນລະຫວ່າງສອງພັກແລະລັດ, ເສີມສ້າງເນື້ອໃນຂອງມິດຕະພາບລະຫວ່າງຈີນ-ສປປ ເກົາຫຼີ ໃນຍຸກໃໝ່ໃຫ້ສົມບູນ ແລະອື່ນໆ. ຝ່າຍຈີນຍິນດີຮັກສາການແລກປ່ຽນດ້ານຍຸດທະສາດກັບ ສປປ ເກົາຫຼີ, ເພີ່ມທະວີການປະສານງານແລະການຮ່ວມມື, ຮ່ວມກັນຮັກສາ, ປັບປຸງແລະການພົວພັນລະຫວ່າງຈີນກັບສປປ ເກົາຫຼີ ໃຫ້ດີ, ສ້າງຄວາມສຸກໃຫ້ແກ່ສອງປະເທດແລະປະຊາຊົນສອງຊາດດີກວ່າເກົ່າ, ປະກອບສ່ວນເຂົ້າໃນສັນຕິພາບ ສະຖຽນລະພາບ ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນກໍ່ຄືຂອງໂລກ.