ຢູ່ປະເທດຊູດັງມີ 118 ຄົນເສຍຊີວິດຍ້ອນໄພນ້ຳຖ້ວມໃນລະດູຝົນປີນີ້

2022-09-11 15:59:22 cri

ວັນທີ 10 ກັນຍານີ້, ຄະນະກຳມະການປ້ອງກັນພົນລະເຮືອນແຫ່ງຊາດຊູດັງຢືນຢັນວ່າ: ໃນລະດູຝົນຂອງປີ 2022 ນີ້, ຢູ່ປະເທດຊູດັງມີ 118 ຄົນໄດ້ເສຍຊີວິດ ຍ້ອນໄພນ້ຳຖ້ວມ, ຢ່າງໜ້ອຍມີ 118 ຄົນໄດ້ຮັບບາດເຈັບ, ມີເຮືອນຫຼາຍກວ່າ 40,000 ຫຼັງພັງທະລາຍ.

ຄະນະກຳມະການປ້ອງກັນພົນລະເຮືອນແຫ່ງຊາດຊູດັງແຈ້ງໃຫ້ຮູ້ວ່າ ກຳລັງສືບຕໍ່ຕິດຕາມລະດັບນ້ຳຂອງແມ່ນ້ຳນິນ. ກ່ອນໜ້ານີ້, ລະດັບນ້ຳຂອງແມ່ນ້ຳນິນເຄີຍເກີນລະດັບແຈ້ງເຕືອນໄພນ້ຳຖ້ວມ. ແຕ່ໃນໄລຍະມໍ່ໆມານີ້ ຝົນຕົກຢູ່ທ້ອງຖິ່ນດັ່ງກ່າວໜ້ອຍລົງ, ເຮັດໃຫ້ລະດັບນ້ຳຂອງແມ່ນ້ຳນິນໄດ້ຫຼຸດລົງເຊັ່ນດຽວກັນ.