ພາກຕາເວັນຕົກອາເມຣິກາປະສົບກັບອາກາດຮ້ອນແຮງ, ລັດເຄລີໂຟເນຍມີແຮງກົດດັນສູງໃນດ້ານການສະໜອງພະລັງງານໄຟຟ້າ

2022-09-11 16:18:13 cri

ໃນລະດູຮ້ອນປີນີ້, ພາກຕາເວັນຕົກອາເມຣິກາໄດ້ປະສົບກັບອາກາດຮ້ອນແຮງເລື້ອຍໆ. ໃນຫຼາຍມື້ມໍ່ໆມານີ້, ອຸນຫະພູມສູງສຸດຢູ່ຫຼາຍເຂດຂອງລັດເຄລີໂຟເນຍໄດ້ສູງກວ່າ 40 ອົງສາ, ໃນນັ້ນ, ໃຈກາງນະຄອນຊາຄຣາເມນໂທ ອຸນຫະພູມໄດ້ສູງຮອດ 47 ອົງສາ, ເຊິ່ງໄດ້ສູງກວ່າ 45 ອົງສາໃນປີ 1925 ທີ່ເປັນສະຖິຕິສູງສຸດໃນປະຫວັດສາດ. ອາກາດຮ້ອນແຮງໄດ້ກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນຢ່າງໜັກໜ່ວງ, ແລະໄດ້ນຳເອົາແຮງກົດດັນຢ່າງໜັກໃຫ້ແກ່ການສະໜອງພະລັງງານໄຟຟ້າຂອງທ້ອງຖິ່ນ.


ນັບມາຮອດວັນທີ 9 ກັນຍານີ້, ການແຈ້ງເຕືອນສຸກເສີນດ້ານພະລັງງານລະດັບ 3 ຍັງມີຜົນບັງຄັບໃຊ້ຢູ່ລັດເຄລີໂຟເນຍ, ບໍລິສັດຕາໜ່າງໄຟຟ້າໄດ້ ຮຽກຮ້ອງໃຫ້ປະຊາຊົນແລະວິສາຫະກິດ ຫຼຸດຜ່ອນການໃຊ້ໄຟຟ້າລະຫວ່າງ 16 ໂມງຫາ 21 ໂມງ ຕາມເວລາທ້ອງຖິ່ນ. ພ້ອມກັນນັ້ນ, ເຂົາເຈົ້າກໍ່ຢືນຢັນກ່າວວ່າ, ໃນຫຼາຍມື້ຂ້າງໜ້ານີ້ ອາດຈະຢຸດເຊົາການສະໜອງໄຟຟ້າໃຫ້ຄອບຄົວແລະວິສາຫະກິດຈຳນວນໜຶ່ງເປັນການຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ເກີດໄຟໄໝ້. ໃນບົດລາຍງານຈ້ອງມອງພະລັງງານໄລຍະສັ້ນຂອງອົງການຂໍ້ມູນຂ່າວສານດ້ານພະລັງງານຂອງອາເມຣິກາ ໄດ້ລະບຸວ່າ, ໂດຍໄດ້ຮັບຜົນສະທ້ອນຈາກການເຄື່ອນໄຫວດ້ານເສດຖະກິດທີ່ເພີ່ມຂຶ້ນແລະອຸນຫະພູມສູງໃນລະດູຮ້ອນ, ປາລິມານການໃຊ້ໄຟຟ້າໃນປີນີ້ຂອງອາເມຣິກາ ຈະສ້າງສະຖິຕິສູງສຸດໃນປະຫວັດສາດ.