ສຳເລັດການເຈາະອຸມົງເປັ່ງນ້ຳຂອງເຂື່ອນໄຟຟ້ານ້ຳຕົກຊູກີກີນາຣີຂອງປາກີສະຖານ

2022-09-11 15:57:14 cri

ວັນທີ 10 ກັນຍານີ້, ໂຄງການເຂື່ອນໄຟຟ້ານ້ຳຕົກຊູກີກີນາຣີຂອງປາກີສະຖານ ທີ່ລົງທຶນກໍ່ສ້າງໂດຍບໍລິສັດລົງທຶນຕ່າງປະເທດຂອງກຸ່ມບໍລິສັດ CGGC ຂອງຈີນ ໄດ້ສຳເລັດການເຈາະອຸມົງເປັ່ງນ້ຳຢ່າງເປັນທາງການ ເຊິ່ງໄດ້ສ້າງພື້ນຖານໃຫ້ກັບການສ້າງສຳເລັດ ແລະເປີດນຳໃຊ້ເຂື່ອນໄຟຟ້າດັ່ງກ່າວຕື່ມອີກ.

ເຂື່ອນໄຟຟ້ານ້ຳຕົກຊູກີກີນາຣີ ຕັ້ງຢູ່ເທິງແມ່ນ້ຳກູນຮາ ເຂດມານເຊຮາຣາ ແຂວງຄີເບີ ປາຮາຕູນຮາວາ ທີ່ພາກຕາເວັນຕົກສຽງເໜືອຂອງປາກີສະຖານ, ເປັນໜຶ່ງໃນໂຄງການບູລິມະສິດຕ່າງໆທີ່ສຳຄັນຂອງແລວເສດຖະກິດຈີນ-ປາກີສະຖານ. ຫຼັງຈາກໂຄງການນີ້ສ້າງສຳເລັດແລ້ວ, ຄາດວ່າແຕ່ລະປີຈະສາມາດຜະລິດພະລັງງານສະອາດ 3 ຕື້ 212 ລ້ານກິໂລວັດໂມງ.