ການສ້າງ “ເວທີສົ່ງເສີມການລົງທຶນຂ້າມຊາດຂອງອຸດສາຫະກຳເສດຖະກິດດີຈີຕອນ” ຈະເພີ່ມພະລັງໃຫ້ກັບວິສາຫະກິດຈີນ

2022-09-11 15:54:26 cri

ງານຕະຫຼາດນັດການລົງທຶນ ແລະການຄ້າສາກົນຈີນຄັ້ງທີ 22 ກຳລັງຈັດຂຶ້ນຢູ່ນະຄອນເຊ້ຍເມີນ ແຂວງຟູຈ້ຽນ ປະເທດຈີນ. ໃນໄລຍະຈັດງານຕະຫຼາດນັດປີນີ້, ເສດຖະກິດດີຈີຕອນ ໄດ້ກາຍເປັນໜຶ່ງໃນບັນດາຫົວຂໍ້ທີ່ຜູ້ເຂົ້າຮ່ວມທັງຫຼາຍສົນໃຈໂອ້ລົມກັນຫຼາຍທີ່ສຸດ. ເວທີປຶກສາຫາລືການລົງທຶນຕໍ່ຕ່າງປະເທດກ່ຽວກັບເສດຖະກິດດີຈີຕອນເປີດເຜີຍໃຫ້ຮູ້ວ່າ: ກະຊວງການຄ້າຈີນກຳລັງສ້າງ“ເວທີສົ່ງເສີມການລົງທຶນຂ້າມຊາດຂອງອຸດສາຫະກຳເສດຖະກິດດີຈີຕອນ” ເພື່ອເພີ່ມພະລັງໃຫ້ກັບວິສາຫະກິດຈີນ ໃນການຊຸກຍູ້ການປະດິດສ້າງໃໝ່ ແລະການນຳໃຊ້ຕົວຈິງໃນດ້ານພື້ນຖານໂຄງລ່າງດີຈີຕອນ, ການຄ້າເອເລັກໂຕນິກຂ້າມຊາດ ແລະຂົງເຂດອື່ນໆ ໃຫ້ກ້າວໄປສູ່ໂລກ.

ຜູ້ຮັບຜິດຊອບຂອງກົມວຽກງານສົ່ງເສີມການລົງທຶນຂອງກະຊວງການຄ້າຈີນກ່າວວ່າ: ເພື່ອສົ່ງເສີມການຮ່ວມມືດ້ານການລົງທຶນຕໍ່ຕ່າງປະເທດກ່ຽວກັບເສດຖະກິດດີຈີຕອນ, ກະຊວງການຄ້າຈີນກຳລັງສ້າງ“ເວທີສົ່ງເສີມການລົງທຶນຂ້າມຊາດຂອງອຸດສາຫະກຳເສດຖະກິດດີຈີຕອນ”, ພ້ອມທັງຈະສືບຕໍ່ເຕົ້າໂຮມຊັບພະຍາກອນເສດຖະກິດດີຈີຕອນທີ່ມີຄຸນະພາບດີ, ມີຂະໜາດໃຫຍ່ ແລະມີລະດັບສູງ ທັງພາຍໃນປະເທດຈີນແລະຕ່າງປະເທດ, ຊຸກຍູ້ອຸດສາຫະກຳເສດຖະກິດດີຈີຕອນຢູ່ພາຍໃນປະເທດຈີນ ແລະຕ່າງປະເທດ ໃຫ້ສາມາດຕິດຕໍ່ກັນໄດ້ຢ່າງແມ່ນຢຳ.