ງານລາຕີສະຫຼອງບຸນໄຫວ້ພະຈັນ2022ຂອງCMGເຕັມໄປດ້ວຍບັນຍາກາດທີ່ອົບອຸ່ນແລະປະທັບໃຈໂດຍໄດ້ຮັບຄວາມຍ້ອງຍໍຊົມເຊີຍເປັນຢ່າງສູງຈາກຜູ້ຊົມທັງຢູ່ຈີນແລະຕ່າງປະເທດ

2022-09-11 12:48:33 cri



 ງານລາຕີສະຫຼອງບຸນໄຫວ້ພະຈັນ2022ຂອງວິທະຍຸໂທລະພາບສູນກາງຈີນຫຼືCMGທີ່ອອກອາກາດໃນຄ່ຳຄືນວັນທີ 10 ກັນຍາ 2022 ໄດ້ສ້າງບັນຍາ ກາດທີ່ອົບອຸ່ນ, ສວຍງາມແລະປະທັບໃຈໃຫ້ກັບຊາວຈີນທົ່ວໂລກໃນການສະຫຼອງ ບຸນໄຫວ້ພະຈັນ. ງານລາຕີຄັ້ງນີ້ໄດ້ສະແດງລາຍການສິລະປະວັນນະຄະດີ ທີ່ປ່ຽມລົ້ນໄປດ້ວຍນ້ຳໃຈອັນດູດດື່ມເກືອບ 30 ລາຍການ ເຊິ່ງເປັນງານມະຫາ ກຳວັດທະນະທຳທີ່ມີຄຸນນະພາບສູງໃຫ້ຜູ້ຊົມທົ່ວໂລກໄດ້ຮັບຊົມຄວາມງົດງາມ ຂອງປະຫວັດສາດ, ຄວາມສວຍງາມຂອງທິວທັດພູຜາແມ່ນ້ຳ, ຄວາມສວຍງາມ ດ້ານວັດທະນະທຳຂອງຈີນກໍຄືຄວາມດີງາມຂອງຊີວິດການເປັນຢູ່ທີ່ມີຊີວິດຊີວາ ຂອງປະຊາຊົນຈີນໃນຍຸກໃຫມ່.




ນອກຈາກການຖ່າຍທອດສົດໃຫ້ຜູ້ຊົມທັງພາຍໃນແລະຕ່າງປະເທດໄດ້ເບິ່ງແລ້ວ,ງານລາຕີສະຫຼອງບຸນໄຫວ້ພະຈັນປີນີ້ຍັງໄດ້ຖ່າຍທອດສົດຜ່ານລະບົບນຳສະເໜີຂໍ້ມູນຂ່າວສານຈາກໜ້າຈໍໃຫຍ່ສາທາລະນະທີ່ມີຄວາມລະອຽດສູງ8Kຈຳນວນຫຼາຍກວ່າ 270 ໜ່ວຍຢູ່ກາງແຈ້ງໃນ 70 ຕົວເມືອງທົ່ວ ປະເທດຈີນ ເປັນເທື່ອທຳອິດ. ນັບມາຮອດເວລາ 22 ໂມງຂອງວັນທີ 10 ກັນຍານີ້, ເວທີສາລະພັດສື່ ຂອງCMGໄດ້ຖ່າຍທອດສົດງານລາຕີສະຫຼອງບຸນໄຫວ້ພະຈັນ 2022, ມີຜູ້ເຂົ້າ ຊົມເຖິງ 238 ລ້ານເທື່ອ, ຜູ້ໃຊ້ອິນເຕີເນັດ ໄດ້ຄົ້ນ ຫາຂໍ້ມູນກ່ຽວກັບງານ ດັ່ງກ່າວເປັນຫົວຂໍ້ເດັ່ນທີ່ສຸດເຖິງ 500 ຂໍ້, ຈຳນວນຜູ້ເຂົ້າອ່ານບົດໃນຫົວຂໍ້ ‍‍ງານລາຕີສະຫຼອງບຸນໄຫວ້ພະຈັນໂທລະພາບສູນກາງຈີນຫຼືCCTVມີຫຼາຍກວ່າ6,6ຕື້ເທື່ອຄົນ, ສ່ວນຍອດຈຳນວນຜູ້ເຂົ້າອ່ານບົດຫົວຂໍ້ປິ່ນອ້ອມ ມີຫຼາຍກວ່າ 7,7 ຕື້ເທື່ອຄົນ, ປະລິມານການເຂົ້າຊົມວິດີໂອທີ່ກ່ຽວຂ້ອງຜ່ານທາງອອນລາຍ ມີເກືອບ 900 ລ້ານເທື່ອຄົນ. ຜູ້ຊົມທັງພາຍໃນປະເທດຈີນແລະ ຕ່າງປະເທດ ທີ່ຮັບຊົມງານລາຕີສະຫຼອງບຸນໄຫວ້ພະຈັນຜ່ານສື່ຕ່າງໆໄດ້ຍ້ອງຍໍວ່າ: “ຄວາມງົດງາມຂອງງານລາຕີສະຫຼອງບຸນໄຫວ້ພະຈັນCCTVໄດ້ເຮັດໃຫຂ້ອຍຊາບຊຶ້ງໃຈຫຼາຍ”, “ການປະສົມປະສານກັນລະຫວ່າງວັດທະນະທຳດັ້ງເດີມ ກັບເຕັກນິກໃໝ່ໄດ້ສ້າງບັນຍາກາດທີ່ງົດງາມຫຼາຍປານຄວາມຝັນ” ແລະອື່ນໆ.