ພິທີຊາປະນະກິດສົບພະລາຊິນີເອລີຊາເບດລາຊະການທີ 2 ຂອງອັງກິດຈະຈັດຂຶ້ນຢູ່ນະຄອນຫຼວງລອນດອນໃນວັນທີ 19 ກັນຍານີ້

2022-09-11 16:20:17 cri

ວັນທີ 10 ກັນຍານີ້, ພິທີຊາປະນະກິດສົບພະລາຊິນີເອລີຊາເບດລາຊະການທີ 2 ຂອງອັງກິດ ໄດ້ຕົກລົງຈະຈັດຂຶ້ນຢູ່ໂບດໃຫຍ່ເວັສດ໌ມິນສ໌ເຕີ ນະຄອນຫຼວງລອນດອນໃນເວລາ 11 ໂມງຂອງວັນທີ 19 ກັນຍານີ້ຕາມເວລາທ້ອງຖິ່ນ, ໂບດໃຫຍ່ແຫ່ງນີ້ກໍ່ແມ່ນສະຖານທີ່ຈັດພິທີຂຶ້ນຄອງລາຊະບັນລັງ ແລະພິທີແຕ່ງດອງຂອງພະລາຊິນີເອລີຊາເບດລາຊະການທີ 2.


ຕາມຂ່າວຈາກວັງປັກຄີງແຮມ, ສົບຂອງ ພະລາຊິນີ ຈະຂົນສົ່ງຈາກນະຄອນເອດິນເບີກໄປນະຄອນຫຼວງລອນດອນໃນວັນທີ 13 ກັນຍານີ້.


ວັນທີ 8 ກັນຍານີ້, ພະລາຊິນີເອລີຊາເບດລາຊະການທີ 2 ຂອງອັງກິດໄດ້ສິ້ນພະຊົນຢູ່ ຜາສາດບາວໂມໂຣ ສະກັອດແລນ.