ປະຊາຊົນແຂວງໂອຄີນາວາຍີ່ປຸ່ນຈັດງານໂຮມຊຸມນຸມ ເພື່ອສະແດງຄວາມບໍ່ພໍໃຈຕໍ່ຖານທັບອາເມຣິກາ

2022-09-11 16:17:14 cri

ແຂວງໂອຄີນາວາຍີ່ປຸ່ນຈະຈັດການເລືອກຕັ້ງເຈົ້າແຂວງຊຸດໃໝ່ໃນວັນທີ 11 ກັນຍານີ້. ຕອນບ່າຍວັນທີ 10 ກັນຍານີ້, ຢູ່ສະໜາມຫຼວງປະຊາຊົນແຂວງໂອຄີນາວາ, ປະຊາຊົນພັນກວ່າຄົນທີ່ມາຈາກແຫ່ງຕ່າງໆຂອງແຂວງໂອຄີນາວາໄດ້ຈັດງານໂຮມຊຸມນຸມ, ເພື່ອສະແດງຄວາມບໍ່ພໍໃຈຕໍ່ຖານທັບອາເມຣິກາປະຈຳຢູ່ແຂວງຕົນ. ລະດັບການພັດທະນາເສດຖະກິດຂອງແຂວງໂອຄີນາວາອ່າວຫຼ້າຫຼັງມາໂດຍຕະຫຼອດ, ໃນໄລຍະດົນນານມານີ້, ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ໃນລະດັບຕ່ຳສຸດຂອງທົ່ວປະເທດຍີ່ປຸ່ນ. ປະຊາຊົນທ້ອງຖິ່ນເຫັນວ່າ, ສາເຫດຕົ້ນຕໍທີ່ພາໃຫ້ເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນຍາກທີ່ຈະພັດທະນານັ້ນ ແມ່ນຍ້ອນຖືກກີດຂວາງຈາກຖານທັບອາເມຣິກາ. ກ່ຽວກັບພະທະມິດຍີ່ປຸ່ນ-ອາເມຣິກາມີເຈດຕະນາຢາກຈະເພີ່ມການຈັດວາງດ້ານການທະຫານຢູ່ແຂວງໂອຄີນາວາໃນໄລຍະໃກ້ໆນີ້, ປະຊາຊົນທ້ອງຖິ່ນກໍ່ໄດ້ສະແດງຄວາມຄັດຄ້ານຢ່າງຮຸນແຮງ, ໂດຍເຫັນວ່າ, ເລື່ອງນີ້ຝືນກັບທິດແຫ່ງສັນຕິພາບ, ຈະກະທົບເຖິງສັນຕິພາບແລະສະຖຽນລະພາບຂອງປະເທດອ້ອມແອ້ມເຊິ່ງລວມທັງຈີນ ແລະພາກພື້ນອາຊີ ຢ່າງຮ້າຍແຮງ.