ງານສັບປະດາເຄື່ອງນຸ່ງແຟຊັນສາກົນຈີນສະແດງການອອກແບບແຟຊັນຂອງຈີນ ທີ່ມີທັງວັດທະນະທຳແບບດັ້ງເດີມແລະມີມົນສະເໜ່ແບບແຟຊັນ

2022-09-12 15:49:19 cri


ວັນທີ 4 ກັນຍານີ້, ງານສັບປະດາເຄື່ອງນຸ່ງແຟຊັນສາກົນຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ງານສັບປະດາເຄື່ອງນຸ່ງແຟຊັນສາກົນຈີນ ບໍ່ພຽງແຕ່ໄດ້ແນະນຳທ່າອ່ຽງແຫ່ງຄວາມນິຍົມໃນລະດູໃບໄມ້ປົ່ງແລະລະດູຮ້ອນປີໜ້າ ໂດຍຜ່ານການຈັດງານນຳສະເໜີເຄື່ອງນຸ່ງແຟຊັນທີ່ໜ້າປະທັບໃຈຕ່າງໆ, ຍັງໄດ້ຈັດການແຂ່ງຂັນອອກແບບວິຊາການກ່ຽວກັບເຄື່ອງນຸ່ງທຳມະດາ, ເຄື່ອງນຸ່ງກິລາແລະອື່ນໆ ຫຼາຍຄັ້ງ, ເພື່ອໃຫ້ຜົນງານຂອງນັກອອກແບບໜຸ່ມນັບມື້ນັບຫຼາຍກວ່າເກົ່າ ໄດ້ມີໂອກາດສະແດງຢູ່ເທີງເວທີ ແລະກ້າວໄປສູ່ຕະຫຼາດ.



ໃນການແຂ່ງຂັນຮອບຊີງຊະນະເລີດຂອງການແຂ່ງຂັນອອກແບບເຄື່ອງນຸ່ງທຳມະດາ, ຈາກແຟຊັນແບບດັ້ງເດີມຂອງຈີນທີ່ໄດ້ຮັບຄວາມນິຍົມໃນຊຸມປີມໍ່ໆມານີ້ ຈົນຮອດແຟຊັນແບບຍືນຍົງທີ່ສຸມໃສ່ການອະນຸລັກສິ່ງແວດລ້ອມ ທີ່ລະບາຍກາກບອນຕ່ຳ, ຜູ້ເຂົ້າຮ່ວມການແຂ່ງຂັນໄດ້ເອົາໃຈໃສ່ນຳການປ່ຽນແປງຂອງສະພາບແວດລ້ອມການດຳລົງຊີວິດ, ໄດ້ສະແດງໃຫ້ເຫັນເຖິງຄວາມເຫັນທີ່ມີເອກະລັກພິເສດຂອງຊາວໜຸ່ມຍຸກປັດຈຸບັນ ທີ່ມີຕໍ່ຊີວິດການເປັນຢູ່ແລະແຟຊັນ.



ງານສັບປະດາເຄື່ອງນຸ່ງແຟຊັນສາກົນຈີນຄັ້ງນີ້ ຍັງໄດ້ຈັດການແຂ່ງຂັນອອກແບບຊຸດທາງການຂອງຈີນຄັ້ງທຳອິດ, ຜົນງານເຂົ້າຮ່ວມການແຂ່ງຂັນບໍ່ພຽງແຕ່ສະດວກໃນການນຸ່ງຖື, ເໝາະສົມສຳລັບນຸ່ງຖືໃນຫຼາຍກໍລະນີແລະແຟຊັນອີກ, ຍັງໄດ້ສະແດງໃຫ້ເຫັນເຖິງແນວຄວາມຄິດດ້ານການອອກແບບ ທີ່ມີເອກະລັກພິເສດຂອງຈີນ ຂອງນັກອອກແບບທັງຫຼາຍ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງແຟຊັນແລະຄວາມມີຊີວິດຊີວາຂອງຊາວໜຸ່ມໃນຍຸກໃໝ່.