ນາຍົກກຳປູເຈຍກ່າວວ່າ: ປະເທດສະມາຊິກຕ່າງໆຂອງອາຊຽນຕ້ອງພະຍາຍາມຮ່ວມກັນ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ

2022-09-12 15:00:03 cri


ວັນທີ 12 ກັນຍານີ້, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ໃນຖານະເປັນປະເທດປະທານໝູນວຽນອາຊຽນປະຈຳປີ 2022 ໄດ້ກ່າວວ່າ: ປະເທດສະມາຊິກຕ່າງໆຂອງອາຊຽນຕ້ອງຮັບມືກັບສິ່ງທ້າທາຍຮ່ວມກັນ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ທ່ານຮຸນແຊນກ່າວຕື່ມວ່າ: ອາຊຽນຍັງຕ້ອງເສີມຂະຫຍາຍບົດບາດທີ່ເປັນແກນກາງ ໃນຖານະເປັນເວທີສົນທະນາ ແລະຮ່ວມມື, ຮັດແໜ້ນໂຄງປະກອບພາກພື້ນທີ່ເປີດປະຕູ, ໂປ່ງໃສ, ກວມລວມແລະບົນພື້ນຖານລະບຽບການ