ທ່ານສີຈິ້ນຜິງຈະເຂົ້າຮ່ວມກອງປະຊຸມສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 22 ແລະຢ້ຽມຢາມກາຊັກສະຖານ ແລະອຸສເບກີສະຖານທາງລັດຖະກິດ

2022-09-12 15:40:29 cri

ລະຫວ່າງວັນທີ 14-16 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມກອງປະຊຸມສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 22ທີ່ຈະຈັດຂຶ້ນຢູ່ນະຄອນຊາມາຣ໌ຄານ ຂອງປະເທດອຸສເບກີສະຖານ ພ້ອດທັງຢ້ຽມຢາມກາຊັກສະຖານ ແລະອຸສເບກີສະຖານທາງລັດຖະກິດໂດຍຕອບສະຫນອງຕາມຄຳເຊີນຂອງທ່ານຄາຊິມໂຈມັດ ໂທຄາເຢັຟ ປະທານາທິບໍດີສາທາລະນະລັດກາຊັກສະຖານແລະທ່ານຊາຟຄັດ ເມຍຊີໂຢເຢັຟ ປະທານາທິບໍດີສາທາລະນະລັດອຸສເບກີສະຖານ.