ລາຄານ້ຳມັນເຊື້ອໄຟຢູ່ອາເມຣິກາອາດຈະສືບຕໍ່ເພີ່ມສູງຂຶ້ນ

2022-09-12 14:57:13 cri

ວັນທີ 11 ກັນຍານີ້, ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາໃຫ້ສຳພາດຕໍ່ນັກຂ່າວວ່າ: ລາຄານ້ຳມັນເຊື້ອໄຟຢູ່ອາເມຣິກາມີຄວາມສ່ຽງຈະເພີ່ມສູງຂຶ້ນ, ອາເມຣິກາກຳລັງພະຍາຍາມວາງເພດານລາຄານ້ຳມັນເຊື້ອໄຟ ເພື່ອແກ້ໄຂຄວາມສ່ຽງດັ່ງກ່າວ.

ທ່ານນາງເຈເນັດ ເຢເລນ ຊີ້ອອກວ່າ: ໃນລະດູໜາວປີນີ້, ສະຫະພາບເອີຣົບຈະຍຸດຕິຊື້ນ້ຳມັນເຊື້ອໄຟຈາກຣັດເຊຍໂດຍພື້ນຖານ ແລະຫ້າມບໍ່ໃຫ້ຣັດເຊຍໃຊ້ບໍລິການຂົນສົ່ງນ້ຳມັນເຊື້ອໄຟດ້ວຍກຳປັ່ນບັນທຸກນ້ຳມັນ, ມາດຕະການເຫຼົ່ານີ້ອາດຈະເຮັດໃຫ້ລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນ.