ຊອກພົບເຮລິກົບແຕຂອງມະເລເຊຍທີ່ຫາຍສາບສູນ, ຜູ້ຂັບທີ່ລອດຊີວິດນັ້ນໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍແລ້ວ

2022-09-12 15:56:22 cri

ຕອນເຊົ້າວັນທີ 12 ກັນຍານີ້, ທ່ານວີຄາຊົງ, ລັດຖະມົນຕີກະຊວງຄົມມະນາຄົມມະເລເຊຍກ່າວຢືນຢັນວ່າ, ເຮລິກົບແຕທີ່ຫາຍສາບສູນໃນຕອນທ່ຽງວັນທີ 11 ກັນຍານີ້ ໄດ້ຖືກຊອກພົບຢູ່ສະຖານທີ່ແຫ່ງໜຶ່ງທີ່ມີຊື່ວ່າ ບິໂດ, ຜູ້ຂັບ ຍັງມີຊີວິດຢູ່ ແລະໄດ້ຖືກສົ່ງໄປໂຮງໝໍແລ້ວ. ທ່ານວີຄາຊົງ ບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບເຮລິກົບແຕທີ່ເກີດອຸບັດເຫດໃນຄັ້ງນີ້.


ເວລາ 11 ໂມງ 37 ນາທີຂອງວັນທີ 11 ກັນຍານີ້, ເຮລິກົບແຕມະເລເຊຍລຳໜຶ່ງ ຫຼັງຈາກໄດ້ບິນອອກຈາກສະໜາມບິນຊູບາງນະຄອນຫຼວງກົວລະລຳເບີແລ້ວ, ໄດ້ຂາດການຕິດຕໍ່ກັບສູນຄວບຄຸມຄົມມະນາຄົມທາງອາກາດນະຄອນຫຼວງກົວລະລຳເບີໃນເວລາ 12 ໂມງ 16 ນາທີ.