ອົງການພະລັງງານປະລະມານູສາກົນປະກາດວ່າ: ການສະໜອງໄຟຟ້າຕໍ່ໂຮງໄຟຟ້ານິວເຄລຍຈາໂປຣິສເຈຍຈາກພາຍນອກ ໄດ້ຟື້ນຟູແລ້ວ

2022-09-12 15:56:15 cri

ວັນທີ 11 ກັນຍານີ້, ສື່ມວນຊົນອູແກຣນລາຍງານວ່າ, ອົງການພະລັງງານປະລະມານູສາກົນໄດ້ແຈ້ງຂ່າວທາງສື່ສັງຄົມອອນລາຍທາງການຂອງຕົນໃນມື້ດຽວກັນວ່າ, ສາຍໄຟຟ້າສຳຮອງຂອງໂຮງໄຟຟ້ານິວເຄລຍຈາໂປຣິສເຈຍຂອງອູແກຣນໄດ້ຟື້ນຟູການນຳໃຊ້ແລ້ວ, ສາຍໄຟຟ້າສາຍນີ້ແມ່ນໃຊ້ໃນການສະໜອງໄຟຟ້າໃຫ້ໂຮງໄຟຟ້ານິວເຄລຍດັ່ງກ່າວຈາກພາຍນອກ.


ກ່ອນໜ້ານີ້, ບໍລິສັດໄຟຟ້ານິວເຄລຍແຫ່ງຊາດອູແກຣນໄດ້ແຈ້ງໃຫ້ຮູ້ວ່າ, ຕອນຂ້ອນແຈ້ງວັນທີ 11 ກັນຍານີ້, ໜ່ວຍຈັກແມ່ແຮງສຸດທ້າຍທີ່ກຳລັງປະຕິບັດງານນັ້ນ ໄດ້ຢຸດການເຊື່ອມຕໍ່ກັບຕາໜ່າງໄຟຟ້າແຫ່ງຊາດອູແກຣນ, ໂຮງໄຟຟ້ານິວເຄລຍຈາໂປຣິສເຈຍໄດ້ຢຸດເຊົາການປະຕິບັດງານ.