ນະຄອນນິວຢອກອາເມຣິກາຈັດກິດຈະກຳລະນຶກເຫດການຫຼອນໂຈມຕີແບບກໍ່ການຮ້າຍ “11 ກັນຍາ” ຄົບຮອບ 21 ປີ

2022-09-12 15:56:26 cri


ວັນທີ 11 ກັນຍານີ້, ນະຄອນນິວຢອກຂອງລັດນິວຢອກອາເມຣິກາໄດ້ຈັດກິດຈະກຳລະນຶກເຫດການຫຼອນໂຈມຕີແບບກໍ່ການຮ້າຍ “11 ກັນຍາ” ຄົບຮອບ 21 ປີ. ໂດຍໄດ້ເລີ່ມຕົ້ນກິດຈະກຳດ້ວຍສຽງໂມງແລະຢືນກົ້ມຫົວໄວ້ອາໄລ, ຫຼັງຈາກນັ້ນ, ຄອບຄົວແລະຍາດພີ່ນ້ອງຂອງຜູ້ປະສົບເຄາະຮ້າຍໃນເຫດການ “11 ກັນຍາ” ໄດ້ອ່ານລາຍຊື່ຜູ້ປະສົບເຄາະຮ້າຍ, ເພື່ອສະແດງຄວາມໄວ້ອາໄລ.


ຂ່າວແຈ້ງວ່າ, ວັນທີ 11 ກັນຍານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ກັບທ່ານນາງ ກິວ ໄບເດັນ ພັນລະຍາຂອງທ່ານ ແມ່ນແຍກກັນໄດ້ເດີນທາງໄປຫໍລະນຶກແຫ່ງຊາດທີ່ລັດໂວຈີເນຍແລະລັດເພັນຊີວາເນຍ ເພື່ອເຂົ້າຮ່ວມກິດຈະກຳລະນຶກເຫດການ “11 ກັນຍາ”.