ໄຟໄໝ້ລາມປ່າຢູ່ລັດໂອເຣກອນຂອງອາເມຣິກາສືບຕໍ່ແຜ່ລາມ ຫຼາຍພັນຄອບຄົວຖືກຍົກຍ້າຍ

2022-09-12 14:54:38 cri

ວັນທີ 11 ກັນຍານີ້, ເວັບໄຊ Fox News ຂອງອາເມຣິກາລາຍງານວ່າ: ເນື້ອທີ່ໄຟໄໝ້ລາມປ່າທີ່ເກີດຂຶ້ນຢູ່ພາກໃຕ້ຂອງນະຄອນປອດແລນ ລັດໂອເຣກອນຂອງອາເມຣິກາ ໄດ້ຂະຫຍາຍເປັນເກືອບ 35.000 ເຮັກຕາແລ້ວ ເຊິ່ງເປັນໄພຂົ່ມຂູ່ຕໍ່ອາຄານເຮືອນ 2.230 ຫຼັງ ແລະອາຄານທຸລະກິດຫຼາຍຮ້ອຍຫຼັງ, ແລະໄດ້ເຮັດໃຫ້ມີຫຼາຍກວ່າ 2.000 ຄອບຄົວຖືກຍົກຍ້າຍ.

ຫ້ອງການຫົວໜ້າພະແນກດັບເພີງລັດໂອເຣກອນແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ໄຟໄໝ້ຍັງບໍ່ທັນຖືກຄວບຄຸມໄດ້ໝົດເທື່ອ, ພະແນກດັບເພີງລັດໂອເຣກອນໄດ້ແຕ່ງຕັ້ງ 7 ໜ່ວຍງານພິເສດ ແລະ 1 ໜ່ວຍງານຄຸ້ມຄອງເຫດການ ເພື່ອປົກປ້ອງອາຄານ, ວິສາຫະກິດ ແລະພື້ນຖານໂຄງລ່າງທີ່ສຳຄັນຢູ່ທ້ອງຖິ່ນດັ່ງກ່າວ.