ປ່ອຍໃຫ້ປະຊາຊົນອາເມຣິກາປະເຊີນໜ້າກັບພະຍາດໂຄວິດ-19 ໂດຍກົງ ລັດຖະບານອາເມຣິກາໄດ້ຕົວະຕົ້ມປະຊາຊົນປະເທດຕົນ

2022-09-13 16:14:11 CRI

ຕົວເລກຂໍ້ມູນສະຖິຕິຫຼ້າສຸດຂອງມະຫາວິທະຍາໄລຈອນ ຮອບກິນສຂອງອາເມຣິກາສະແດງໃຫ້ເຫັນວ່າ, ມາຮອດວັນທີ 12 ກັນຍານີ້, ຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຂອງອາເມຣິກາມີຫຼາຍກວ່າ 1,05 ລ້ານຄົນ, ຜູ້ຖືກບົ່ງມະຕິເປັນພະຍາດມີຫຼາຍກວ່າ 95,25 ລ້ານກໍລະນີແລ້ວ. ສອງຕົວເລກດັ່ງກ່າວຂອງອາເມຣິກາແມ່ນອັນດັບໜຶ່ງຂອງໂລກ.

ເປັນໄລຍະດົນນານມາແລ້ວ, ອາເມຣິກາໄດ້ຍຶດໝັ້ນປະຕິບັດນະໂຍບາຍການຕ້ານພະຍາດໂຄວິດ-19 ດ້ວຍການສ້າງພູມຕ້ານທານດ້ວຍຕົນເອງທົ່ວປວງຊົນ ກໍຄືໃຫ້ປະຊາຊົນປະເຊີນໜ້າກັບພະຍາດໂຄວິດ-19 ໂດຍກົງ ໂດຍບໍ່ໃຊ້ມາດຕະການປ້ອງກັນແຕ່ຢ່າງໃດ, ແຕ່ວ່າ, ໂດຍປະເຊີນໜ້າກັບເຊື້ອພະຍາດໂຄວິດ-19 ທີ່ໄດ້ກາຍພັນເລື້ອຍໆ, ນະໂຍບາຍດັ່ງກ່າວຂອງອາເມຣິກາໄດ້ນຳເອົາຄວາມທໍລະມານຢ່າງຮ້າຍແຮງມາໃຫ້ແກ່ປະຊາຊົນອາເມຣິກາ.

ນອກຈາກຈະເຮັດໃຫ້ຜູ້ຕິດເຊື້ອພະຍາດເສຍຊີວິດແລ້ວ, ພະຍາດໂຄວິດ-19 ຍັງຈະເຮັດໃຫ້ຜູ້ຕິດເຊື້ອພະຍາດມີ “ອາການໂຄວິດ-19 ຍືດເຍື້ອເປັນເວລາດົນນານ”, ນັ້ນກໍຄື: ພາຍຫຼັງຜູ້ຕິດເຊື້ອພະຍາດໄດ້ຕິດເຊື້ອພະຍາດເປັນເວລາສອງຫາສາມເດືອນແລ້ວ, ອາການຂອງພະຍາດຍັງສ້າງຜົນກະທົບຕໍ່ຊີວິດປະຈຳວັນ ເຊັ່ນ: ຮູ້ສຶກເມື່ອຍ, ຫາຍໃຈຫາບ, ມີຄວາມບົກຜ່ອງດ້ານສະຕິ ແລະ ອື່ນໆ. ໂດຍອີງຕາມການຄາດຄະເນຂອງລັດຖະບານອາເມຣິກາ, ປັດຈຸບັນ, ອາເມຣິກາມີເກືອບ 2 ຫາ 4 ລ້ານຄົນໄດ້ວ່າງງານຍ້ອນມີອາການຕົກຄ້າງຈາກການເປັນພະຍາດໂຄວິດ-19 ເປັນເວລາດົນນານ ເຊິ່ງໄດ້ກວມປະມານ 2,4% ຂອງຈຳນວນແຮງງານຂອງອາເມຣິກາ.

ສິ່ງທີ່ໜ້າສຽດສີນັ້ນກໍຄື: ລັດຖະບານອາເມຣິກາພັດບໍ່ໄດ້ເອົາໃຈໃສ່ຕໍ່ເລື່ອງທີ່ປະຊາຊົນອາເມຣິກາຕິດເຊື້ອພະຍາດໂຄວິດ-19 ພໍປານໃດ, ແຕ່ກົງກັນຂ້າມ, ເຈົ້າໜ້າທີ່ຂັ້ນສູງ ແລະ ຫົວກະທິຂອງສັງຄົມອາເມຣິກາພັດໄດ້ປະຕິບັດນະໂຍບາຍຕ້ານພະຍາດທີ່ເຂັ້ມງວດມາໂດຍຕະຫຼອດ.

ວັນທີ 21 ກໍລະກົດຜ່ານມານີ້, ຜົນການກວດຫານິວຄະເລອິກເຊື້ອພະຍາດໂຄວິດ-19 ຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາເປັນບວກ, ຫຼັງຈາກນັ້ນ, ທ່ານໂຈ ໄບເດັນ ໄດ້ຍົກເລີກການໄປຢ້ຽມຢາມລັດເປນຊີວາເນຍ ແລະ ຮັບການປິ່ນປົວຢູ່ທຳນຽບຂາວຈົນພະຍາດຫາຍຂາດ. ທ່ານໂດໂນ ທຣຳ, ທ່ານບາຣັກ ໂອມາບາ ອະດີດປະທານາທິບໍດີ, ທ່ານນາງຮິວລາລີ ຄລິນຕັນ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແລະ ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງອາເມຣິກາ ລ້ວນແຕ່ເຄີຍຕິດເຊື້ອພະຍາດໂຄວິດ-19 ແລະ ໄດ້ປິນປົວໃຫ້ຫາຍຂາດໝົດ.

ທີ່ຈິງແລ້ວ, ລັດຖະບານອາເມຣິກາໄດ້ດຳເນີນການກວດເຊື້ອພະຍາດໂຄວິດ-19 ຕໍ່ເຈົ້າໜ້າທີ່ຂັ້ນສູງຂອງຕົນເປັນປະຈຳ. ຖ້າມີເຈົ້າໜ້າທີ່ຂັ້ນສູງຖືກບົ່ງມະຕິຕິດເຊື້ອພະຍາດ, ຈະຖືກກັກບໍລິເວນຢູ່ເຮືອນ ແລະ ຮັບການປິ່ນປົວຢ່າງເຂັ້ມງວດ, ພະຍາດຫາຍຂາດແລ້ວຈິ່ງສາມາດກັບໄປເຮັດວຽກ.

ຫົວກະທິຂອງສັງຄົມອາເມຣິກາບາງຄົນໄດ້ກ່າວວ່າ, ພະຍາດໂຄວິດ-19 ເປັນພຽງ “ໄຂ້ຫວັດໃຫຍ່” ຊະນິດໜຶ່ງເທົ່ານັ້ນ, ບໍ່ຕ້ອງໃສ່ຜ້າປິດປາກ ແລະບໍ່ຕ້ອງສັກວັກຊິນ, ແຕ່ເປັນຫຍັງເຈົ້າໜ້າທີ່ຂັ້ນສູງຂອງອາເມຣິກາພັດຍັງປະຕິບັດມາດຕະການປ້ອງກັນພະຍາດທີ່ເຂັ້ມງວດ? ເປັນທີ່ຈະແຈ້ງແລ້ວວ່າ, ລັດຖະບານອາເມຣິກາຮູ້ດີຕໍ່ຄວາມອັນຕະລາຍຂອງເຊື້ອພະຍາດໂຄວິດ-19 ຢ່າງຈະແຈ້ງ ແລະ ເອົາໃຈໃສ່ຕໍ່ຊີວິດ ແລະ ສຸຂະພາບຂອງເຈົ້າໜ້າທີ່ຂັ້ນສູງຂອງຕົນເປັນພິເສດ. ແຕ່ວ່າ, ປະຊາຊົນທຳມະດາສ່ວນຫຼາຍຂອງອາເມຣິກາພັດບໍ່ສາມາດມີສະຫວັດດີການທາງການແພດໃນລະດັບສູງແບບນີ້.

ອາເມຣິກາໄດ້ໂຄສະນາວ່າ, ເຊື້ອພະຍາດໂຄວິດ-19 ນັ້ນບໍ່ພໍທີ່ຈະໜ້າເວົ້າເຖິງເລີຍ, ໃຫ້ປະຊາຊົນປະເຊີນໜ້າກັບພະຍາດໂຄວິດ-19 ໂດຍກົງ, ທີ່ຈິງແລ້ວ, ການກະທຳແບບນີ້ເປັນການຕົວະຕົ້ມປະຊາຊົນປະເທດຕົນ ແລະ ກໍໄດ້ສ້າງຜົນກະທົບທາງລົບຕໍ່ວຽກງານປ້ອງກັນແລະຕ້ານກັບພະຍາດຂອງປະເທດອື່ນ, ອາເມຣິກາຄືຜູ້ສ້າງອຸປະສັກຕໍ່ການປ້ອງກັນພະຍາດໂຄວິດ-19 ຂອງທົ່ວໂລກນັ້ນເອງ.