ທ່ານຢາງເຈຍຊືພົບປະກັບທ່ານອັນເດຣ ເດນີຊົຟ ເອກອັກຄະລັດຖະທູດຣັດເຊຍປະຈຳຈີນ

2022-09-13 15:18:50 cri


ວັນທີ 12 ກັນຍານີ້, ທ່ານຢາງເຈຍຊື ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນ ໄດ້ພົບປະກັບທ່ານອັນເດຣ ເດນີຊົຟ ເອກອັກຄະລັດຖະທູດຣັດເຊຍປະຈຳຈີນ ທີ່ຈະສຳເລັດໜ້າທີ່ການທູດໃນໄວໆນີ້.


ທ່ານຢາງເຈຍຊືໄດ້ຕີລາຄາສູງຕໍ່ທ່ານອັນເດຣ ເດນີຊົຟ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຈີນ-ຣັດເຊຍໃຫ້ຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ. ທ່ານຢາງເຈຍຊືກ່າວວ່າ, ພາຍໃຕ້ການນຳພາຈາກລະດັບຍຸດທະສາດ ຂອງທ່ານສີຈີ້ນຜິງ ປະທານປະທານຈີນແລະທ່ານວາລະດີເມຍ ປູຕີນ ປະທານາທິບໍດີຣັດເຊຍ, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາກ້າວໄປຂ້າງໜ້າຕາມວົງໂຄຈອນທີ່ຖືກຕ້ອງມາໂດຍຕະຫຼອດ, ສອງຝ່າຍໄດ້ສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໜຽວແໜ້ນ ໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງຂອງກັນແລະກັນ ພ້ອມທັງໄດ້ປະສານສົມທົບກັນຢ່າງໃກ້ຊິດໃນເວທີຫຼາຍຝ່າຍຢູ່ສາກົນ. ຝ່າຍຈີນຍິນດີຮ່ວມກັບຣັດເຊຍ, ປະຕິບັດຕາມເນື້ອໃນແຫ່ງການປະສານສົມທົບດ້ານຍຸດທະສາດທີ່ມີລະດັບສູງຂອງສອງປະເທດໃຫ້ລະອຽດແລະລົງສູ່ພາກປະຕິບັດຕົວຈິງ, ຮັກສາຜົນປະໂຫຍດຮ່ວມກັນລະຫວ່າງສອງຝ່າຍ, ຊຸກຍູ້ໃຫ້ລະບຽບການສາກົນພັດທະນາໄປສູ່ທິດທາງທີ່ຍຸຕິທຳແລະສົມເຫດສົມຜົນກວ່າເກົ່າ.