ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ: ອາເມຣິກາຕ້ອງຢືນຢັນວ່າ ຕົວເອງໜ້າເຊື່ອຖືໄດ້ ຈຶ່ງສາມາດກັບຄືນສູ່ສັນຍານິວເຄລຍອີຣານ

2022-09-13 15:17:49 cri

ວັນທີ 12 ກັນຍານີ້, ທ່ານຄານານີ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ, ອາເມຣິກາຕ້ອງຢືນຢັນວ່າ ຕົນເອງຈະເຄົາລົບກະຕິກາສາກົນ, ແລະສາມາດກາຍເປັນສະມາຊິກທີ່ໜ້າໄວ້ເນື້ອເຊື່ອໃຈໄດ້, ຈຶ່ງສາມາດກັບຄືນສູ່ສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານໄດ້.


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານຄານານີກ່າວວ່າ, ອາເມຣິກາໄດ້ຖອນອອກຈາກສັນຍານິວເຄລຍອີຣານທີ່ເຊັນກັນໃນປີ 2015 ແຕ່ຝ່າຍດຽວ, ແລະລົງໂທດຢ່າງຜິດກົດໝາຍແຕ່ຝ່າຍດຽວ ຕໍ່ອີຣານ, ເຊິ່ງໄດ້ສ້າງຄວາມເສຍຫາຍທີ່ໃຫຍ່ຫຼວງໃຫ້ລັດຖະບານແລະປະຊາຊົນອີຣານ. ອາເມຣິກາບໍ່ມີສິດຖືຕົນເອງເປັນ “ເຈົ້າໜີ້”, ອາເມຣິກາຕ້ອງມີທ່າທີທີ່ສ້າງສັນເພື່ອເຊັນສັນຍາກ່ຽວກັບການຟື້ນຟູການປະຕິບັດສັນຍານິວເຄລຍອິຣານ.