ຜູ້ຕາງໜ້າຖາວອນຈີນກ່າວຄຳປາໄສໃນສະພາສິດທິມະນຸດສະຫະປະຊາຊາດໂດຍຄັດຄ້ານການແຊກແຊງວຽກງານພາຍໃນຂອງສີລັງກາດ້ວຍບັນຫາສິດທິມະນຸດ

2022-09-13 15:25:42 CRI

ຕາມຂ່າວCRI: ວັນທີ 12 ກັນຍານີ້, ທ່ານເສີນຊູ້ຍ, ຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດແລະອົງການຈັດຕັ້ງສາກົນຕ່າງໆທີ່ນະຄອນເຊີແນວຂອງສະວິສໄດ້ກ່າວຄຳປາໄສໃນງານສົນທະນາກ່ຽວກັບບົດລາຍງານສະພາສິດທິມະນຸດຂອງສີລັງກາໃນກອງປະຊຸມຄັ້ງທີ 51 ຂອງສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດ, ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມຂອງສີລັງກາໃນການຊຸກຍູ້ແລະການຮັກສາສິດທິມະນຸດ, ຄັດຄ້ານການສ້າງຄວາມກົດດັນແກ່ສີລັງກາແລະການແຊກແຊງວຽກງານພາຍໃນຂອງສີລັງກາດ້ວຍບັນຫາສິດທິມະນຸດ. ເດັດດ່ຽວສະໜັບສະໜູນສີລັງກາປົກປັກຮັກສາອະທິປະໄຕແລະເອກະລາດຂອງລັດ, ປົກປັກຮັກສາສະຖຽນລະພາບຂອງສັງຄົມ, ບັນລຸການຟື້ນຟູດ້ານເສດຖະກິດ.

 


ທ່ານເສີນຊຸ້ຍກ່າວຕື່ມວ່າ, ຍັດຕິຕົກລົງຂອງສະພາສິດທິມະນຸດແມ່ນຜະລິດຕະພັນທາງການເມືອງ, ບໍ່ໄດ້ອີງຕາມຫຼັກການທີ່ຍຸຕິທຳ, ພາວະວິໄສແລະມີລັກສະນະທີ່ບໍ່ເລືອກເຟັ້ນ, ບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສີລັງກາ, ບໍ່ໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ແລະການຮັກສາສິດທິມະນຸດຂອງສີລັງກາ. ຈີນຄັດຄ້ານປະເທດໃດໆທີ່ໄດ້ນຳໃຊ້ສະຖານະການຂອງສີລັງກາຍາດແຍ່ງເອົາຜົນປະໂຫຍດຂອງຕົນດ້ານພູມສັນຖານ, ເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບສີລັງກາທີ່ເລືອກເສັ້ນທາງການພັດທະນາດ້ານສິດທິມະນຸດດ້ວຍຕົນເອງຕາມສະພາບຕົວຈິງຂອງປະເທດຕົນ, ປະລະການກະທຳທີ່ນຳໃຊ້ບັນຫາສິດທິມະນຸດເພື່ອສ້າງຄວາມກົດດັນແລະແຊກແຊງວຽກງານພາຍໃນຂອງສີລັງກາ.