ທ່ານຫວາງຢີ້ກ່າວຄຳປາໄສຜ່ານທາງວິດີໂອໃນພິທີໄຂງານສຳມະນາລະລຶກການຫັນເປັນປົກກະຕິດ້ານສາຍພົວພັນທາງການທູດລະຫວ່າງຈີນ-ຍີ່ປຸ່ນຄົບຮອບ 50 ປີ

2022-09-13 15:27:17 CRI

 

ວັນທີ 12 ກັນຍານີ້, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວຄຳປາໄສຜ່ານທາງວີດີໂອໃນພິທີໄຂງານສຳມະນາລະລຶກການຫັນເປັນປົກກະຕິດ້ານສາຍພົວພັນທາງການທູດລະຫວ່າງຈີນ-ຍີ່ປຸ່ນຄົບຮອບ 50 ປີ.

 

ທ່ານຫວາງຢີ້ກ່າວວ່າ: ຢູ່ຮ່ວມກັນຢ່າງມີໄມຕີຈິດຖານບ້ານໃກ້ເຮືອນຄຽງແລະການເຮັດໃຫ້ທະວີບອາຊີມີຄວາມຈະເລີນຮຸ່ງເຮືອງດ້ວຍການພັດທະນາແມ່ນຊາຕາກຳຮ່ວມກັນ, ແມ່ນເປົ້າໝາຍພື້ນຖານແລະຄວາມຮັບຜິດຊອບຂອງຈີນແລະຍີ່ປຸ່ນ. ທ່ານຫວາງຢີ້ໄດ້ສະເໜີຄວາມເຫັນ 5 ຂໍ້ກ່ຽວກັບການພົວພັນລະຫວ່າງຈີນ-ຍີ່ປຸ່ນທີ່ສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝໃໝ່ຄື: ຕ້ອງເຄົາລົບຕາມຄຳໝັ້ນສັນຍາ, ປົກປ້ອງພື້ນຖານດ້ານການເມືອງຂອງການພົວພັນລະຫວ່າງຈີນ-ຍີ່ປຸ່ນ. ຕ້ອງພິຈາລະນາເຖິງພາກສ່ວນໃຫຍ່, ກຳແໜ້ນທິດທາງການພັດທະນາຢ່າງຖືກຕ້ອງ. ຕ້ອງລົງເລິກການຮ່ວມມື, ບັນລຸການໄດ້ຮັບຜົນປະໂຫຍດຮ່ວມກັນທີ່ມີລະດັບສູງກວ່າເກົ່າ. ຕ້ອງເພີ່ມທະວີການຊີ້ນຳ, ສ້າງຄວາມຮັບຮູ້ຕໍ່ກັນຢ່າງຕັ້ງໜ້າແລະມີໄມຕີຈິດ. ຕ້ອງສອດຄ່ອງກັບກະແສຫຼັກຂອງຍຸກສະໄໝ, ປະຕິບັດຕາມລັດທິຫຼາຍຝ່າຍຢ່າງແທ້ຈິງ.

 

ທ່ານຮາຢາຊີ ໂຢຊີມາຊາ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນກ່າວຄຳປາໄສຜ່ານທາງວິດີໂອວ່າ: ສອງຝ່າຍຄວນສຸມສາຍຕາໃສ່ 50 ປີຂ້າງໜ້າ, ພະຍາຍາມຮວ່ມກັນເພື່ອປະກອບສ້າງການພົວພັນຍີ່ປຸ່ນ-ຈີນຢ່າງມີລັກສະນະສ້າງ ສັນແລະໝັ້ນຄົງ.