ຈີນບໍລິຈາກເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ປະສົບໄພຢູ່ພາກຕາເວັນຕົກສຽງໃຕ້ຂອງປາກີສະຖານ

2022-09-13 15:20:27 cri


ວັນທີ 11 ກັນຍານີ້, ທ່ານນົງຢົງ ເອກອັກຄະລັດຖະທູດຈີນປະຈຳປາກີສະຖານ ໄດ້ເດີນທາງໄປເຂດປະສົບໄພນ້ຳຖ້ວມທີ່ນະຄອນດຣາ ບຸກຕີ ແຂວງບາໂລຊີສຕັນ ພາກຕາເວັນຕົກສຽງໃຕ້ຂອງປາກີສະຖານ, ເພື່ອບໍລິຈາກເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ປະສົບໄພຢູ່ທ້ອງຖິ່ນ.



ໃນພິທີແຈກຢາຍເຄື່ອງຊ່ວຍເຫຼືອຄັ້ງນີ້, ລັດຖະມົນຕີກະຊວງປາບປາມຢາເສບຕິດປາກີສະຖານໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງເອື້ອເຟື້ອເຜື່ອແຜ່ແລະກ່າວວ່າ, ປາກີສະຖານຄອງຄອຍລົງເລິກການຮ່ວມມືກັບຈີນ, ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາ, ການປິ່ວປົວແລະອື່ນໆຂອງທ້ອງຖິ່ນດັ່ງກ່າວໃຫ້ສູງຂຶ້ນ.



ຕົວແທນປະຊາຊົນທີ່ປະສົບໄພຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ. ເຄື່ອງທີ່ບໍລິຈາກໃນຄັ້ງນີ້ແມ່ນສະບຽງອາຫານ, ສາມາດຕອບສະໜອງຄວາມຕ້ອງການສະບຽງອາຫານທີ່ຮີບດ່ວນຂອງຄອບຄົວຜູ້ປະສົບໄພໄດ້ຢ່າງໜ້ອຍ 3000 ຄອບຄົວ.