ກະຊວງການຕ່າງປະເທດຈີນຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາ ກ່ຽວກັບອາເມຣິກາກໍ່ການໂຈມຕີທາງອິນເຕີເນັດ ແລະໂຈລະກຳຂໍ້ມູນຕໍ່ມະຫາວິທະຍາໄລແຫ່ງໜຶ່ງຂອງຈີນ

2022-09-13 15:26:33 CRI

ຕາມເວັບໄຊກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ: ວັນທີ 8 ກັນຍານີ້, ທ່ານຢາງທ່າວ, ຫົວໜ້າກົມວຽກງານອາເມຣິກາເໜືອ ແລະໂອຊຽນອານີ ກະຊວງການຕ່າງປະເທດຈີນ ໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສະຖານທູດອາເມຣິກາປະຈຳຈີນ ກ່ຽວກັບອາເມຣິກາກໍ່ການໂຈມຕີທາງອິນເຕີເນັດ ແລະໂຈລະກຳຂໍ້ມູນຕໍ່ມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຈີນ.

ທ່ານຢາງທ່າວຊີ້ອອກວ່າ: ເມື່ອບໍ່ດົນມານີ້, ສູນຮັບມືສຸກເສີນ ແລະແກ້ໄຂໄວຣັດຄອມພິວເຕີແຫ່ງຊາດຈີນ ແລະບໍລິສັດ 360 ຂອງຈີນ ໄດ້ເປີດເຜີຍບົດລາຍງານຜົນການສຳຫຼວດກ່ຽວກັບອົງການທີ່ຂຶ້ນກັບສຳນັກງານຄວາມໝັ້ນຄົງແຫ່ງຊາດອາເມຣິກາກໍ່ການໂຈມຕີທາງອິນເຕີເນັດຕໍ່ມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຈີນ ໂດຍມີມູນຄວາມຈິງຢ່າງຈະແຈ້ງ ແລະມີຫຼັກຖານຢ່າງເຕັມທີ. ນີ້ບໍ່ແມ່ນຄັ້ງທຳອິດທີ່ລັດຖະບານອາເມຣິກາໄດ້ກໍ່ການໂຈມຕີທາງອິນເຕີເນັດ ແລະໂຈລະກຳຂໍ້ມູນທີ່ອ່ອນໄຫວ ຕໍ່ອົງການທີ່ກ່ຽວຂ້ອງຂອງຈີນແລ້ວ. ການກະທຳຂອງອາເມຣິກາ ໄດ້ລ່ວງລ້ຳຂໍ້ມູນລັບດ້ານເຕັກນິກຂອງອົງການທີ່ກ່ຽວຂ້ອງຂອງຈີນ ແລະທຳລາຍຄວາມໝັ້ນຄົງດ້ານພື້ນຖານໂຄງລ່າງທີ່ສຳຄັນ ແລະຂໍ້ມູນຂອງອົງການ ແລະບຸກຄົນຂອງຈີນຢ່າງໜັກໜ່ວງ, ອາເມຣິກາຕ້ອງຍຸດຕິການກະທຳແບບນີ້ໃນທັນທີ.