WHO: ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ຢູ່ໃນໂລກແມ່ນມີເຖິງ 605.912.418 ກໍລະນີ

2022-09-13 15:13:38 cri

      ອົງການອະນາໄມໂລກຫຼື WHO ໄດ້ເປີດເຜີຍຕົວເລກຂໍ້ມູນຫຼ້າສຸດໃນວັນທີ 12 ກັນຍານີ້ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ຢູ່ໃນໂລກແມ່ນມີເຖິງ 605.912.418 ກໍລະນີ.

      ອີງຕາມຕົວເລກຂໍ້ມູນຫຼ້າສຸດຈາກເວັບໄຊ WHO ສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 17 ໂມງ 1 ນາທີຂອງວັນທີ 12 ກັນຍານີ້ຕາມເວລາພາກກາງຂອງເອີຣົບ(ເວລາ 22 ໂມງ 1 ນາທີຕາມເວລາວຽງຈັນ), ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ຢູ່ໃນໂລກໄດ້ເພີ່ມຂຶ້ນ 453.819 ກໍລະນີເມື່ອທຽບໃສ່ມື້ທີ່ຜ່ານມາ, ລວມທັງໝົດມີເຖິງ 605.912.418 ກໍລະນີ; ສ່ວນຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19 ໄດ້ເພີ່ມຂຶ້ນ 454 ກໍລະນີ ລວມທັງໝົດມີເຖິງ 6.491.649 ກໍລະນີ.