ທ່ານ ວິລຽມ ຊາມອຍ ຣູໂຕ ສາບານຕົວຂຶ້ນດຳລົງຕຳແໜ່ງປະທານາທິບໍດີເຄັນຢາ

2022-09-14 15:17:31 cri

      ວັນທີ 13 ກັນຍານີ້, ຢູ່ນະຄອນຫຼວງໄນໂຣບີ, ທ່ານ ວິລຽມ ຊາມອຍ ຣູໂຕ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີເຄັນຢາໄດ້ສາບານຕົວຂຶ້ນຮັບຕຳແໜ່ງ,ກາຍເປັນປະທານາທິບໍດີຄົນທີ 5 ນັບແຕ່ເຄັນຢາປະກາດເອກະລາດເປັນຕົ້ນມາ.

      ທ່ານ ວິລຽມ ຊາມອຍ ຣູໂຕ ປີນີ້ອາຍຸ 55 ປີ,ໄດ້ເລີ່ມປະຕິບັດໜ້າທີ່ເປັນລັດຖະມົນຕີກະຊວງກະສິກຳເຄັນຢາໃນປີ 2008, ປີ 2010 ຂຶ້ນຮັບໜ້າທີ່ເປັນລັດຖະມົນຕີກະຊວງການສຶກສາຊັ້ນສູງເຄັນຢາ ແລະປີ 2013 ເລີ່ມດຳລົງຕຳແໜ່ງຮອງປະທານາທິບໍດີເຄັນຢາ.