ຈີນຍິງສົ່ງດາວທຽມ“ຈູ່ງຊີ່ງ1E”ເຂົ້າສູ່ວົງໂຄຈອນຢ່າງສຳເລັດຜົນ

2022-09-14 10:50:51 CRI


     ເວລາ 21 ໂມງ 18 ນາທີຂອງວັນທີ 13 ກັນຍານີ້, ຢູ່ສູນຍິງສົ່ງເຄື່ອງບິນອະວະກາດເວີນຊ່າງ ແຂວງໄຫຫຼຳຂອງຈີນ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 7A, ຍິງສົ່ງດາວທຽມ“ຈູ່ງຊີ່ງ1E”ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ. ດາວທຽມດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ໜ້າທີ່ຍິງສົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ.


     ດາວທຽມ“ຈູ່ງຊີ່ງ1E”ຕົ້ນຕໍຈະນຳໃຊ້ເຂົ້າໃນການສະໜອງການບໍລິການດ້ານການສົ່ງສຽງລົມໂທລະສັບ ຂໍ້ມູນ ແລະສັນຍານວິທະຍຸໂທລະພາບທີ່ມີຄຸນນະພາບສູງໃຫ້ແກ່ຜູ້ນຳໃຊ້.


     ໜ້າທີ່ຍິງສົ່ງຄັ້ງນີ້ແມ່ນຈະຫຼວດສົ່ງຍານລະບົບຊາງເຈິ່ງຂອງຈີນບິນຂຶ້ນຢູ່ອະວະກາດຄັ້ງທີ 437.