ລັດຖະບານໄທອະນຸມັດນຳໃຊ້ມາດຕະການເກື້ອກູນຄ່າໄຟຟ້າໃຫ້ປະຊາຊົນ ແລະຍົກລະດັບເງິນເດືອນຂັ້ນຕ່ຳສຸດໃຫ້ສູງຂຶ້ນ

2022-09-14 10:57:35 CRI


     ວັນທີ 13 ກັນຍານີ້, ລັດຖະບານໄທໄດ້ອະນຸມັດໃຫ້ເງິນເກື້ອກູນແກ່ປະຊາຊົນໃນການຊົມໃຊ້ໄຟຟ້າ, ພ້ອມກັນນັ້ນ, ຍັງໄດ້ຍົກລະດັບເງິນເດືອນຂັ້ນຕ່ຳສຸດໃນທົ່ວປະເທດໃຫ້ສູງຂຶ້ນ, ເພື່ອຜ່ອນຄາຍຜົນກະທົບຈາກໄພເງິນເຟີ້ທີ່ມີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.


     ອີງຕາມມາດຕະການເກື້ອກູນຄ່າໄຟຟ້າ, ພາຍໃນ 4 ເດືອນນັບແຕ່ເດືອນກັນຍາຫາທັນວາປີ 2022 ນີ້, ຜູ້ຊົມໃຊ້ໄຟຟ້າທຸກໆຄອບຄົວໃນທົ່ວປະເທດໄທຈະໄດ້ຮັບເງິນເກື້ອກູນຄ່າໄຟຟ້າໂດຍສົມຄູ່ກັບປະລິມານຊົມໃຊ້ໄຟຟ້າຕໍ່ເດືອນ. ຄາດວ່າ ມາດຕະການດັ່ງກ່າວຈະໃຊ້ງົບປະມານຂອງລັດຖະບານໄທຈຳນວນປະມານ 9 ຕື້ບາດ.


     ໃນມື້ດຽວກັນ, ລັດຖະບານໄທຍັງໄດ້ອະນຸມັດຍົກລະດັບເງິນເດືອນຂັ້ນຕ່ຳສຸດໃຫ້ສູງຂຶ້ນນັບແຕ່ວັນທີ 1 ຕຸລາປີ 2022 ເປັນຕົ້ນໄປ, ສະເລ່ຍແລ້ວຈະເພີ່ມຂຶ້ນປະມານ 5%. ພາຍຫຼັງໄດ້ຮັບການປັບຂຶ້ນແລ້ວ, ມາດຕະຖານເງິນເດືອນຂັ້ນຕ່ຳສຸດທີ່ສະເລ່ຍໃນທົ່ວປະເທດໄທແມ່ນ 337 ບາດຕໍ່ມື້.