ທ່ານສີຈີ້ນຜິງ ປະທານປະເທດຈີນ ຈະໄປຢ້ຽມຢາມກາຊັກສະຖານແລະອຸດສະເບກິດສະຖານ, ໂດຍຈະສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນລະດັບສູງຂອງຈີນຕໍ່ອົງການຮ່ວມມືຊຽງໄຮ ກໍ່ຄືການພົວພັນຈີນ-ກາຊັກສະຖານແລະການພົວພັນຈີນ-ອຸດສະເບກິດສະຖານຢ່າງເຕັມທີ່

2022-09-14 15:35:46 cri

ທ່ານສີຈີ້ນຜິງ ປະທານປະເທດຈີນຈະເດີນທາງໄປເຂົ້າຮ່ວມກອງປະຊຸມຄັ້ງທີ 22 ສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ ທີ່ຈະຈັດຂຶ້ນຢູ່ນະຄອນຊາມາຣຄານ ແຕ່ວັນທີ 14 ຫາ 16 ກັນຍານີ້ ແລະດຳເນີນການຢ້ຽມຢາມທາງລັດຖະກິດຕໍ່ກາຊັກສະຖານແລະອຸດສະເບກິດສະຖານ ຕາມການເຊື້ອເຊີນຂອງທ່ານ ຄາຊີມ ໂຈມັດ ໂທຄາເຢັຟ, ປະທານາທິບໍດີກາຊັກສະຖານແລະທ່ານເຊັບຄັດ ມີຊີໂຢເຢັຟ, ປະທານາທິບໍດີອຸດສະເບກິດສະຖານ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 13 ກັນຍານີ້, ທ່ານນາງໝາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ການຢ້ຽມຢາມເທື່ອນີ້ ແມ່ນການເຄື່ອນໄຫວທາງການທູດຂອງປະມຸກລັດຈີນທີ່ສຳຄັນກວ່າໝູ່ກ່ອນຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ໃນລະດັບສູງຂອງຈີນຕໍ່ອົງການຮ່ວມມືຊຽງໄຮ ກໍ່ຄືການພົວພັນຈີນ-ກາຊັກສະຖານແລະການພົວພັນຈີນ-ອຸດສະເບກິດສະຖານຢ່າງເຕັມທີ່.


ທ່ານນາງໝາວນີງກ່າວຕື່ມວ່າ, ໃນກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮທີ່ຈະຈັດຂຶ້ນໃນໄວໆນີ້, ທ່ານ ສີຈີ້ນຜິງ ປະທານປະເທດຈີນ ຈະຮ່ວມກັບຜູ້ນຳປະເທດອື່ນໆທີ່ເຂົ້າຮ່ວມກອງປະຊຸມ, ສຸມໃສ່ການບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນອັນໃໝ່ກ່ຽວກັບການຮ່ວມມື, ເພື່ອເປີດກວ້າງການຮ່ວມມືໃໝ່. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ອົງການຮ່ວມມືຊຽງໄຮ ຈະສືບຕໍ່ປະກອບສ່ວນຢ່າງໃຫຍ່ຫຼວງກວ່າເກົ່າ ເຂົ້າໃນການຊຸກຍູ້ພາລະກິດພັດທະນາໂດຍສັນຕິຂອງໂລກກໍ່ຄືຂອງພາກພື້ນ. ເຊື່ອໝັ້ນວ່າ, ການຢ້ຽມຢາມເທື່ອນີ້, ຈະເປີດໂສມໜ້າໃໝ່, ຊີ້ແຈ້ງເປົ້າໝາຍໃໝ່ແລະເພີ່ມພະລັງແຮງໃໝ່ ໃຫ້ແກ່ການຂະຫຍາຍການພົວພັນຈີນ-ກາຊັກສະຖານແລະການພົວພັນຈີນ-ອຸດສະເບກິດສະຖານ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ