ເປີດກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 77

2022-09-14 15:33:10 cri

ວັນທີ 13 ກັນຍານີ້, ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 77 ໄດ້ໄຂຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ. ນີ້ແມ່ນກອງປະຊຸມແບບເຊິ່ງໜ້າຫຼືອອຟລາຍຄັ້ງທຳອິດຂອງອົງການສະຫະປະຊາຊາດຫຼັງຈາກເກີດການແຜ່ລະບາດຂອງພະຍາໂຄວິດ-19 ເປັນຕົ້ນມາ.


ໃນເວລາກ່າວຄຳປາໄສໃນພິທີໄຂກອງປະຊຸມ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ໂລກກຳລັງຢູ່ໃນຄວາມອັນຕະລາຍ, ການຊຸກຍູ້ສັນຕິພາບ, ສິດທິມະນຸດແລະການພັດທະນາແບບຍືນຍົງ ລ້ວນແຕ່ປະເຊີນໜ້າກັບຄວາມຫຍຸ້ງຍາກຕ່າງໆ. ໄພຂົ່ມຂູ່ແລະສິ່ງທ້າທາຍຕ່າງໆ, ເຊັ່ນ: ການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມທຸກຍາກ, ຄວາມບໍ່ສະເໝີພາບ, ຄວາມອຶດຫິວ, ການແບ່ງແຍກ, ການບໍ່ເຊື່ອໃຈກັນ ແລະອື່ນໆ ລ້ວນແຕ່ຕ້ອງການພວກເຮົາສືບຕໍ່ມີຄວາມສາມັກຄີແລະເປັນເອກະພາບກັນ.