ວິສາຫະກິດມະເລເຊຍນຳໃຊ້ງານເອັກສໂປຈີນ-ອາຊຽນມາບຸກເບີກໂອກາດດ້ານການຄ້າ

2022-09-14 15:33:02 CRI

ຕາມຂ່າວCRI: ວັນທີ 13 ກັນຍານີ້, ງານເຊື່ອມຕໍ່ດ້ານການຮ່ວມມືລະຫວ່າງວິສາຫະກິດຈີນ-ມະເລເຊຍປີ 2022 ທີ່ຈະດຳເນີນເປັນເວລາ 3 ວັນໄດ້ໄຂຂຶ້ນຜ່ານທາງອ໋ອນລາຍ.

 

ທ່ານໂມດ ມຸສຕາຟາ ອັບດູນ ອາຊິສ, ຫົວໜ້າກົມການພັດທະນາການຄ້າກັບຕ່າງປະເທດຂອງມະເລເຊຍກ່າວວ່າ, ໃນຖານະເປັນປະເທດຕົ້ນຕໍຂອງງານວາງສະແດງຈີນ-ອາຊຽນຫຼືງານເອັກສໂປຈີນ-ອາຊຽນປີນີ້, ມະເລເຊຍເຂົ້າຮ່ວມກິດຈະກຳຄັ້ງນີ້, ມີຈຸດປະສົງເພື່ອຊຸກຍູ້ການແລກປ່ຽນແລະການປະສານງານກັນລະຫວ່າງລັດຖະບານ, ສະມາຄົມການຄ້າແລະວິສາຫະກິດຂອງມະເລເຊຍແລະຈີນ, ລົງເລິກການຮ່ວມມືດ້ານການຄ້າແລະການລົງທຶນ, ເສດຖະກິດດີຈີຕອນແລະຂົງເຂດອື່ນໆ, ຊຸກຍູ້ໃຫ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງມະເລເຊຍ-ຈີນໄດ້ຮັບການພັດທະນາຕື່ມອີກພາຍໃຕ້ຂອບ ສັນຍາການພົວພັນຄູ່ຮ່ວມເສດຖະກິດແບບຮອບດ້ານໃນພາກພື້ນຫຼື RCEP”.

 

ຂ່າວແຈ້ງໃຫ້ຮູ້ວ່າ, ງານເຊື່ອມຕໍ່ດ້ານການຮ່ວມມືຄັ້ງນີ້ໄດ້ຈັດການສົນທະນາແບບ ໜຶ່ງຕໍ່ໜຶ່ງ” 300 ກວ່າຄັ້ງ,ກ່ຽວພັນເຖິງຂະແໜງການອາຫານ, ການປິ່ນປົວ, ວັດສະດຸກໍ່ສ້າງ, ເຄື່ອງຈັກແລະຂະແໜງການອື່ນໆ.