ປະທານາທິບໍດີຟິລິບປິນ ປະກາດແກ່ຍາວເວລາສະພາວະສຸກເສີນດ້ານໄພພິບັດຂອງທົ່ວປະເທດທີ່ເກີດຂຶ້ນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ໄປຈົນຮອດທ້າຍປີນີ້

2022-09-14 15:34:46 cri


ວັນທີ 13 ກັນຍານີ້, ທ່ານເຟີດີນານ ໂຣມູອາເດັສ໌ ມາໂຄສ໌ ປະທານາທິບໍດີຟິລິບປິນໄດ້ລົງນາມໃນປະກາດແຈ້ງການ, ແກ່ຍາວເວລາສະພາວະສຸກເສີນດ້ານໄພພິບັດຂອງທົ່ວປະເທດທີ່ເກີດຂຶ້ນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ໄປຈົນຮອດວັນທີ 31 ທັນວາປີ 2022 ນີ້.


ທ່ານມາໂຄສ໌ໄດ້ລົງນາມໃນປະກາດແຈ້ງການດັ່ງກ່າວພາຍໃຕ້ຂໍ້ສະເໜີຂອງຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟິລິບປິນ. ໃນປະກາດແຈ້ງການ, ທ່ານໄດ້ທວງໃຫ້ລັດຖະບານແລະອົງການປົກຄອງທ້ອງຖິ່ນຕ່າງໆ, ສືບຕໍ່ອຳນວຍການຊ່ວຍເຫຼືອຮອບດ້ານແລະດຳເນີນຄວາມສະດວກໃຫ້ການຮ່ວມມືກັນ, ສັບຊ້ອນຊັບພະຍາກອນທີ່ຈຳເປັນ, ປະຕິບັດການຊ່ວຍເຫຼືອກູ້ໄພແລະມາດຕະການທີ່ສຳຄັນ, ຮີບດ່ວນແລະເໝາະສົມຢ່າງທັນການ, ເພື່ອສະກັດກັ້ນແລະກຳຈັດໄພຂົ່ມຂູ່ທີ່ເກີດຂຶ້ນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມກັນນັ້ນ, ແມ່ນສືບຕໍ່ອຳນວຍມາດຕະການຮັບມືທີ່ກ່ຽວພັນເຖິງການແຜ່ລະບາດຂອງພະຍາດໂຄວິດ-19, ລວມທັງແຜນການສັກວັກຊີນຕ້ານໂຄວິດ-19, ໃຫ້ການບໍລິການຂັ້ນພື້ນຖານແກ່ປະຊາຊົນຜູ້ປະສົບໄພແລະອື່ນໆ.