ກະຊວງການຕ່າງປະເທດຈີນ: ອາເມຣິກາຄວນຢຸດເຊົາການໂຈລະກຳຂໍ້ມູນທາງອິນເຕີເນັດດ້ວຍເຈຕະນາຊົ່ວຮ້າຍໃນທັນທີແລະໃຫ້ຄຳອະທິບາຍທີ່ມີຄວາມຮັບຜິດຊອບ

2022-09-14 15:31:35 CRI

 

ຕາມຂ່າວCRI: ວັນທີ 13 ກັນຍານີ້, ອົງການທີ່ກ່ຽວຂ້ອງຂອງຈີນໄດ້ເຜີຍແຜ່ບົດລາຍງານວິເຄາະດ້ານເຕັກໂນໂລຊີທີ່ຖືກນຳໃຊ້ໃນການໂຈລະກຳຂໍ້ມູນທາງອິນເຕີເນັດຂອງມະຫາວິທະຍາໄລອຸດສາຫະກຳພາກຕາເວັນຕົກສຽງເໜືອຈີນຈາກກົມຄວາມໝັ້ນຄົງແຫ່ງຊາດອາເມຣິກາ. ກ່ຽວກັບເລື່ອງນີ້, ທ່ານນາງໝາວນີງ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ໄດ້ຈັດຂຶ້ນໃນມື້ດຽວກັນວ່າ, ບົດລາຍງານໄດ້ເຜີຍແຜ່ລາຍລະອຽດແລະຫຼັກຖານອ້າງອີງຫຼາຍຢ່າງກວ່າເກົ່າ.

 

ທ່ານນາງໝາວນີງກ່າວຕື່ມວ່າ: ຈີນໄດ້ນຳໃຊ້ຫຼາຍຊ່ອງທາງຮຽກຮ້ອງໃຫ້ອາເມຣິກາໃຫ້ຄຳອະທິບາຍກ່ຽວກັບການໂຈລະກຳຂໍ້ມູນທາງອິນເຕີເນັດດ້ວຍເຈຕະນາຊົ່ວຮ້າຍ, ແລະຢຸດເຊົາການກະທຳຢ່າງຜິດກົດໝາຍໃນທັນທີ,ແຕ່ວ່ານັບມາຮອດປັດຈຸບັນນີ້ພວກເຮົາຍັງບໍ່ທັນໄດ້ຮັບຄຳຕອບທີ່ມີລັກສະນະທາດແທ້ຈາກອາເມຣິກາ. ຂ້າພະເຈົ້າກ່າວເນັ້ນວ່າ, ພຶດຕິກຳຂອງອາເມຣິກາໄດ້ລ່ວງລະເມີດຄວາມລັບດ້ານເຕັກໂນໂລຊີຂອງອົງການທີ່ກ່ຽວຂ້ອງຂອງຈີນຢ່າງໜັກໜ່ວງ, ໄດ້ທຳລາຍຄວາມປອດໄພຕໍ່ສິ່ງກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນ, ແລະຄວາມປອດໄພດ້ານຂໍ້ມູນຂອງອົງການແລະບຸກຄົນຂອງຈີນຢ່າງໜັກໜ່ວງ. ພຶດຕິກຳທີ່ກ່ຽວຂ້ອງຂອງອາເມຣິກາຄວນຢຸດເຊົາໃນທັນທີ, ແລະໃຫ້ຄຳອະທິບາຍທີ່ມີຄວາມຮັບຜິດຊອບ.