ອິນເດຍຖອນອອກຈາກ “ຂອບເສດຖະກິດອິນໂດປາຊີຟິກ” ເຮັດໃຫ້ອັນທີ່ເອີ້ນວ່າ “ພັນທະມິດອິນໂດປາຊີຟິກ” ທີ່ນຳພາໂດຍອາເມຣິການັ້ນ ເຫຼືອແຕ່ຊື່

2022-09-14 15:38:46 cri

ວັນທີ 9 ກັນຍານີ້, ກອງປະຊຸມລະດັບລັດຖະມົນຕີຂອງ“ຂອບເສດຖະກິດອິນໂດປາຊີຟິກ” ຫຼື IPEF ທີ່ນຳພາໂດຍອາເມຣິກາ ໄດ້ອັດລົງຢ່າງເປັນທາງການ. ແຕ່ເລື່ອງທີ່ໜ້າອຽງອາຍນັ້ນກໍຄື: ໃນວັນທີ 10 ກັນຍານີ້, ກະຊວງອຸດສາຫະກຳການຄ້າອິນເດຍ ໄດ້ປະກາດຖອນອອກຈາກການເຈລະຈາການຄ້າຂອງ IPEF ເປັນການຊົ່ວຄາວ ດ້ວຍສາເຫດ “ປັດຈຸບັນຍັງບໍ່ທັນເຫັນຜົນປະໂຫຍດເທື່ອ”. ຍ້ອນບໍ່ມີການມີສ່ວນຮ່ວມຂອງອິນເດຍ, ອັນທີ່ເອີ້ນວ່າ  “ພັນທະມິດອິນໂດປາຊີຟິກ” ທີ່ນຳພາໂດຍອາເມຣິການັ້ນ ໄດ້ໝົດຄວາມໝາຍແລ້ວ.

ໃນເດືອນພຶດສະພາ ປີ 2022 ນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ໄດ້ປະກາດເລີ່ມຕົ້ນ IPEF ຢ່າງເປັນທາງການໃນໄລຍະຢ້ຽມຢາມຍີ່ປຸ່ນ. ແຕ່ວົງການພາຍນອກມີຄວາມເຫັນເປັນເອກະພາບກັນວ່າ: ອາເມຣິກາສ້າງ IPEF ແມ່ນມີຈຸດປະສົງເພື່ອຮັກສາຖານະປະເທດມະຫາອຳນາດຂອງຕົນ, ຕໍ່ສູ້ກັບຈີນທີ່ມີບົດບາດນັບມື້ນັບຫຼາຍຂຶ້ນໃນພາກພື້ນ, ແຕ່ພັດບໍ່ແມ່ນເພື່ອຜົນປະໂຫຍດຮ່ວມຂອງປະເທດສະມາຊິກ IPEF.

“ຂອບເສດຖະກິດອິນໂດປາຊີຟິກ” ຫຼື IPEF ໃນປັດຈຸບັນ ບໍ່ໄດ້ມີສັນຍາໃດໆ ກ່ຽວກັບການປັບຫຼຸດ ຫຼືຍົກເລີກພາສີ ແລະມາດຕະຖານການອະນຸມັດເຂົ້າເຖິງຕະຫຼາດ. ສະນັ້ນ, ເວົ້າສຳລັບປະເທດສະມາຊິກຕ່າງໆແລ້ວ, “ຂອບເສດຖະກິດອິນໂດປາຊີຟິກ” ຫຼື IPEF ບໍ່ມີພະລັງດຶງດູດຢ່າງພຽງພໍ. ກ່ອນໜ້ານີ້, ຜູ້ຕາງໜ້າວິສາຫະກິດການຄ້າສາກົນຂອງຍີ່ປຸ່ນເຄີຍກ່າວວ່າ: “IPEF ບໍ່ໄດ້ໃຫ້ບຸລິມະສິດໃດໆກ່ຽວກັບການອະນຸມັດເຂົ້າເຖິງຕະຫຼາດອາເມຣິກາ ແລະກໍບໍ່ໄດ້ໃຫ້ຄຳໝັ້ນສັນຍາໃດໆກ່ຽວກັບພາສີ. ພວກຂ້າພະເຈົ້າບໍ່ສາມາດເຫັນກຸ່ມເສດຖະກິດພັດທະນາໃໝ່ຢູ່ອາຊີຕາເວັນອອກສຽງໃຕ້ໄດ້ຮັບຜົນປະໂຫຍດຫຍັງເລີຍ ໃນການເຂົ້າຮ່ວມ IPEF ”. ແນ່ນອນແລ້ວ, ອິນເດຍກໍໄດ້ຮັບຮູ້ຢ່າງຈະແຈ້ງແລ້ວວ່າ: ການເວົ້າລ້າໆຂອງອາເມຣິກາ ບໍ່ສາມາດນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ຕົນເອງ, ສ່ວນການຖອນອອກຈາກ IPEF ກໍເປັນເລື່ອງທີ່ສົມເຫດສົມຜົນ ເຊິ່ງນີ້ກໍໄດ້ເຮັດໃຫ້ອັນທີ່ເອີ້ນວ່າ “ພັນທະມິດອິນໂດປາຊີຟິກ” ທີ່ນຳພາໂດຍອາເມຣິການັ້ນ ເຫຼືອແຕ່ຊື່ເທົ່ານັ້ນ.

    ບໍ່ວ່າແມ່ນຂອບການຮ່ວມມືພາກພື້ນໃດ, ກໍຄວນຖືການຊຸກຍູ້ການຄ້າເສລີ ແລະຊ່ວຍພັດທະນາເສດຖະກິດໂລກເປັນເປົ້າໝາຍ. ແຕ່“ຂອບເສດຖະກິດອິນໂດປາຊີຟິກ” ຫຼື IPEF ທີ່ນຳພາໂດຍອາເມຣິກາ ພັດໄດ້ເດີນຕາມທິດທາງທີ່ກົງກັນຂ້າມ ໂດຍອ້າງວ່າສ້າງຂອບການຮ່ວມມືພາກພື້ນໃໝ່ເພື່ອສົ່ງເສີມການເປີດປະຕູສູ່ພາຍນອກ ແລະການຮ່ວມມື, ແຕ່ທີ່ຈິງແລ້ວພັດແມ່ນເພື່ອດຶງພັກດຶງພວກ, ທຳລາຍຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະເຮັດໃຫ້ຂະບວນການເຊື່ອມໂຍງເຂົ້າກັນຂອງພາກພື້ນຊັກຊ້າລົງ.

ເຄັດລັບທີ່ເຮັດໃຫ້ອາຊີປາຊີຟິກສາມາດປະສົບຜົນສຳເລັດນັ້ນ ແມ່ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ກົນອຸບາຍຕ່າງໆຂອງອາເມຣິກາທີ່ຢາກດຶງພັກດຶງພວກເພື່ອສ້າງກຸ່ມກ້ອນເປັນປໍລະປັກກັນເໝືອນດັ່ງໃນສະໄໝສົງຄາມເຢັນຢູ່ອາຊີປາຊີຟິກ ໂດຍຊູຄັນຕາລະບັດຂອງການຮ່ວມມືນັ້ນ ຈະປະສົບຄວາມຫຼົ້ມເຫຼວຢ່າງແນ່ນອນໃນທີ່ສຸດ.