“ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ” ກໍບໍ່ສາມາດແກ້ໄຂຄວາມກັງວົນດ້ານຄວາມປອດໄພຂອງປະຊາຊົນອາເມຣິກາ

2022-09-15 16:14:38 CRI

“ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ” ເປັນຄຳສັ່ງທີ່ຫ້າມບໍ່ໃຫ້ປະຊາຊົນສັນຈອນໄປມາໃນໄລຍະເວລາພິເສດ ທີ່ປະກາດໂດຍລັດຖະບານ ຫຼືກອງທັບ, ແມ່ນມາດຕະການພິເສດທີ່ປະຕິບັດເພື່ອປົກປັກຮັກສາຄວາມໝັ້ນຄົງສາທາລະນະ ພາຍໃຕ້ກໍລະນີພິເສດ ເຊັ່ນ: ພາວະສົງຄາມ, ພາວະສຸກເສີນພາຍໃນປະເທດ ເປັນຕົ້ນ.

ເມື່ອເວົ້າເຖິງ “ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ”, ຄົນທັງຫຼາຍຈະຄິດເຖິງເຂດປັ່ນປ່ວນຕ່າງໆ. ເດືອນກໍລະກົດປີ 2021, ກ່ອນທີ່ກອງທະຫານອາເມຣິກາຖອນອອກຈາກອັຟການິສຖານ, ເພື່ອຮັບມືກັບທ່າບຸກໂຈມຕີຂອງກຸ່ມຕາລີບັນ, ລັດຖະບານອັຟການິສຖານກໍເຄີຍປະຕິບັດຄຳສັ່ງຫ້າມສັນຈອນໃນຍາມກາງຄືນຢູ່ 31 ແຂວງໃນ 34 ແຂວງຂອງທົ່ວປະເທດ. ວັນທີ 29 ສິງຫາປີນີ້, ເພື່ອຮັບມືກັບສະຖານະການການເມືອງທີ່ຊຸດໂຊມລົງຢ່າງກະທັນຫັນ, ອີຣັກປະກາດຫ້າມສັນຈອນໃນຍາມກາງຄືນໃນຂອບເຂດທົ່ວປະເທດ.

ຖ້າວ່າຢູ່ປະເທດທີ່ເຄີຍຖືກກອງທະຫານອາເມຣິກາຮຸກຮານ ເຊັ່ນ: ອັຟການິສຖານ, ອີຣັກເປັນຕົ້ນ, ລັດຖະບານໄດ້ປະກາດ “ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ” ຍ້ອນສະຖານະການບໍ່ໝັ້ນຄົງ, ຈະມີເຄົ້າມູນທາງປະຫວັດສາດທີ່ເລິກເຊິ່ງ, ຄັນຊັ້ນ, ບາງເຂດຂອງອາເມຣິກາກໍເລີ່ມປະກາດ “ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ”, ຈະເປັນເລື່ອງທີ່ເຮັດໃຫ້ຄົນຮູ້ສຶກໄຮ້ສາລະທີ່ສຸດເລີຍ.

ວັນທີ 5 ກັນຍານີ້, ເມືອງປຣິນສ ຈອສ ລັດມາຣີແລນຂອງອາເມຣິກາໄດ້ປະກາດວ່າ, ຈະປະຕິບັດ “ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ” ເປັນເວລາ 30 ວັນ ນັບແຕ່ວັນທີ 9 ກັນຍານີ້ເປັນຕົ້ນໄປ ເພື່ອຮັບມືກັບສະພາບແວດລ້ອມຄວາມໝັ້ນຄົງທີ່ນັບມື້ນັບຮ້າຍແຮງຂຶ້ນ. ເຈົ້າໜ້າທີ່ຕຳຫຼວດຂອງເມືອງດັ່ງກ່າວກ່າວວ່າ, ພາຍໃນເດືອນສິງຫາພຽງເດືອນດຽວ, ເຈົ້າໜ້າທີ່ຕຳຫຼວດເມືອງດັ່ງກ່າວກໍໄດ້ສືບສວນສອບສວນຄະດີຄາດຕະກຳ 24 ຄະດີ ເຊິ່ງໄດ້ກາຍເປັນເດືອນໜຶ່ງທີ່ມີສະພາບຄວາມໝັ້ນຄົງຮ້າຍແຮງທີ່ສຸດໃນຫຼາຍສິບປີຜ່ານມາຂອງເມືອງດັ່ງກ່າວ.

ເມືອງປຣິນສ ຈອສ ລັດມາຣີແລນປະຕິບັດ “ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ” ໄດ້ສະແດງໃຫ້ເຫັນເຖິງຄວາມຢ້ານກົວ ແລະ ຄວາມກັງວົນທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນອາເມຣິກາ. ອີງຕາມຕົວເລກຂອງ “ສຳເນົາເອກະສານການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ” ທີ່ເປັນອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຂອງອາເມຣິກາ, ນັບແຕ່ວັນທີ 3 ຫາ 5 ກັນຍານີ້, ອາເມຣິກາໄດ້ເກີດເຫດການຍິງກັນຂະໜາດໃຫຍ່ 16 ລາຍ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ, 61 ຄົນໄດ້ຮັບບາດເຈັບ ເຊິ່ງໄດ້ກາຍເປັນ “ວັນທ້າຍສັບປະດານອງເລືອດ”.

ແຕ່ວ່າ, ເມືອງປຣິນສ ຈອສ ລັດມາຣີແລນປະຕິບັດ “ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ” ພັດບໍ່ໄດ້ສ້າງຜົນສະທ້ອນຕໍ່ການກໍ່ອາຊະຍາກຳແບບໃຊ້ຄວາມຮຸນແຮງແຕ່ຢ່າງໃດ. ຕົວເລກຂໍ້ມູນຂອງກະຊວງຍຸຕິທຳອາເມຣິກາສະແດງໃຫ້ເຫັນວ່າ, ການກໍ່ອາຊະຍາກຳ ແລະ ຖືກເຄາະຮ້າຍຫຼາຍທີ່ສຸດສຳລັບຊາວໜຸ່ມເຍົາວະຊົນອາເມຣິກາສ່ວນຫຼາຍແມ່ນໃນເວລາ 15 ໂມງຂອງມື້ເຂົ້າຮຽນ ແລະ 19 ໂມງຂອງມື້ພັກ, ຫາກບໍ່ແມ່ນໄລຍະເວລາຂອງການປະຕິບັດໃນ “ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ”.

ທີ່ຈິງແລ້ວ, ການຈຳແນກເຊື້ອຊາດຜິວພັນ, ເສດຖະກິດຂາດການພັດທະນາ, ການເປັນປໍລະປັກກັນທາງການເມືອງ, ການຖືອາວຸດປືນຕາມລຳພັງໃຈ ແລະອື່ນໆ ຈິ່ງແມ່ນຕົ້ນປາຍສາຍເຫດທີ່ເຮັດໃຫ້ເກີດມີເຫດການໃຊ້ຄວາມຮຸນແຮງ. ພາຍໃຕ້ລະບຽບການທາງສັງຄົມທີ່ມີຢູ່ໃນປັດຈຸບັນຂອງອາເມຣິກາ, “ຄຳສັ່ງຫ້າມສັນຈອນໃນຍາມກາງຄືນ” ກໍຍາກທີ່ຈະແກ້ໄຂຄວາມກັງວົນດ້ານຄວາມປອດໄພຂອງປະຊາຊົນອາເມຣິກາໄດ້.