ທ່ານສີຈິ້ນຜິງ ປະທານປະເທດຈີນພົບປະກັບທ່ານວາລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍ

2022-09-15 23:33:35 cri

ຕອນບ່າຍວັນທີ 15 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານວາລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍຢູ່ຫໍຮັບແຂກຊາມາຄານຂອງອຸດສະເບກິດສະຖານ, ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນ-ຣັດເຊຍກໍຄືບັນຫາສາກົນແລະພາກພື້ນທີ່ສອງຝ່າຍສົນໃຈຮ່ວມກັນ.


ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ແຕ່ປີນີ້ເປັນຕົ້ນມາ, ຈີນແລະຣັດເຊຍໄດ້ຮັກສາການຕິດຕໍ່ພົວພັນທາງຍຸດທະສາດທີ່ມີປະສິດທິຜົນສູງສົມຄວນ. ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນເປັນກ້າວໆ, ກິດຈະກຳປີແລກປ່ຽນດ້ານກິລາໄດ້ດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ, ການຮ່ວມມືລະດັບທ້ອງຖິ່ນແລະການແລກປ່ຽນດ້ານວັດທະນະທຳມີຄວາມແໜ້ນແຟ້ນຂຶ້ນຫຼາຍກວ່າເກົ່າ,ໄດ້ປະສານງານກັນຢ່າງແໜ້ນແຟ້ນໃນເວທີສາກົນ,ໄດ້ປົກປັກຮັກສາຫຼັກການພື້ນຖານຂອງການພົວພັນສາກົນ. ໂດຍຜະເຊີນໜ້າກັບການປ່ຽນແປງຂອງໂລກ,ການປ່ຽນແປ່ງແຫ່ງຍຸກສະໄໝແລະການປ່ຽນແປງທາງປະຫວັດສາດ,ຈີນຍິນດີທຳຄວາມພະຍາຍາມຮ່ວມກັນກັບຣັດເຊຍ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດໃຫຍ່,ເສີມຂະຫຍາຍບົດບາດນຳໜ້າ, ເພື່ອເພີ່ມຄວາມແນ່ນອນເຂົ້າໃນສະຖານະການຂອງໂລກທີ່ສັບສົນວຸ້ນວາຍ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນຍິນດີຮ່ວມກັບຣັດເຊຍໃຫ້ການສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງຂອງກັນແລະກັນ, ລົງເລິກການຮ່ວມມືທີ່ແທ້ຈິງໃນຂົງເຂດການຄ້າ,ກະສິກຳ,ການເຊື່ອມໂຍງເຊື່ອມຈອດກັນແລະຂົງເຂດອື່ນໆ. ພ້ອມທັງເພີ່ມທະວີການປະສານງານກັນແລະປະສານສົມທົບກັນ, ຮ່ວມກັນປົກປັກຮັກສາຜົນປະໂຫຍດດ້ານຄວາມໝັ້ນຄົງຂອງພາກພື້ນແຫ່ງນີ້ປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງບັນດາປະເທດພວມພັດທະນາແລະປະເທດທີ່ເປັນຕະຫຼາດຈະເລີນໃໝ່.


ທ່ານປູຕິນກ່າວວ່າ: ໂລກໃນປັດຈຸບັນພວມເກີດມີການປ່ຽນແປງຢ່າງຫຼວງຫຼາຍ, ແຕ່ສິ່ງທີ່ບໍ່ໄດ້ມີການປ່ຽນແປງມາໂດຍຕະຫຼອດພຽງອັນດຽວແມ່ນມິດຕະພາບແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງຣັດເຊຍ-ຈີນ, ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ມີຄວາມໝັ້ນຄົງຂະໜົງແກ່ນ. ຣັດເຊຍຍິນດີຮ່ວມກັບຈີນລົງເລິກແລະປັບປຸງການຕິດຕໍ່ພົວພັນແລະການປະສານງານກັນລະຫວ່າງສອງຝ່າຍແລະຫຼາຍຝ່າຍໃຫ້ດີຂຶ້ນ, ເປີດກວ້າງການຮ່ວມມືໃນຂົງເຂດທີ່ສຳຄັນຕ່າງໆເຊັ່ນ: ເສດຖະກິດ ການຄ້າແລະພະລັງງານເປັນຕົ້ນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ