ກອງປະຊຸມເວທີປຶກສາຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຊຽນ” ປີ 2022 ຈັດຂຶ້ນຢູ່ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ

2022-09-15 17:33:46 cri

     ວັນທີ 15 ກັນຍານີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຊຽນ” ປີ 2022 ທີ່ວິທະຍຸໂທລະພາບສູນກາງຈີນຫຼື CMG ແລະ ອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ. ແຂກຜູ້ມີກຽດຈີນແລະຕ່າງປະເທດທີ່ມາຈາກສື່ມວນຊົນແລະອົງການຕ່າງໆຂອງ 17 ປະເທດທັງໝົດ 70 ກວ່າແຫ່ງເກືອບ 180 ທ່ານໄດ້ດຳເນີນການປຶກສາຫາລືຜ່ານທາງອອນລາຍແລະອອຟລາຍໂດຍປິ່ນອ້ອມຫົວຂໍ້ “ສະຕິປັນຍາ•ການເຊື່ອມໂຍງເຊື່ອມຈອດກັນ•ເຕົ້າໂຮມກຳລັງ”,ເພື່ອຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງສື່ມວນຊົນຈີນແລະປະເທດສະມາຊິກອາຊຽນຢ່າງມີລະດັບສູງ,ກວ້າງຂວາງແລະເລິກເຊິ່ງກວ່າເກົ່າ,ຊ່ວຍສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ຍິ່ງມີຄວາມແໜ້ນແຟ້ນກວ່າເກົ່າ.

      ທ່ານ ລານທ່ຽນລີ້ ປະທານອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ທ່ານ ຢຽນສຽວມິງ ຮອງຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນໄດ້ເຂົ້າຮ່ວມພິທີໄຂພ້ອມທັງກ່າວຄຳປາໄສໃນພິທີໄຂກອງປະຊຸມ. ທ່ານ ເຕີ້ງຊີ່ຈຸ່ນ ເອກອັກຄະລັດຖະທູດຈີນປະຈຳອາຊຽນ, ທ່ານ ຄາວກິມໂຮນ ຜູ້ຊ່ວຍນາຍົກລັດຖະມົນຕີກຳປູເຈຍ,ຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ອາຊຽນໄດ້ກ່າວຄຳປາໄສຜ່ານທາງວິດີໂອ. ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີລາວໄດ້ເຂົ້າຮ່ວມພິທີຜ່ານທາງອອນລາຍ.

      ທ່ານ ເພິງຈ້ຽນມິງ ແລະ ທ່ານນາງ ຊິງໂປ ສະມາຊິກກອງປະຊຸມບັນນາທິການຂອງວິທະຍຸໂທລະພາບສູນກາງຈີນ, ທ່ານ ອ່ານສຽວຢູ ຫົວໜ້າສູນລາຍການພາສາພາກພື້ນອາຊີ-ອາຟຣິກາຂອງວິທະຍຸໂທລະພາບສູນກາງຈີນ, ທ່ານ ເຮີຢີງ ຮອງຜູ້ຮຽກໂຮມວຽກງານປະຈຳການ CMG ສາຂາກວາງຊີໄດ້ຮ່ວມກັນເປີດການຮ່ວມມືຮອບໃໝ່ລະຫວ່າງວິທະຍຸໂທລະພາບສູນກາງຈີນແລະສື່ມວນຊົນອາຊຽນ. ໃນພິທີໄຂ, ວິທະຍຸໂທລະພາບສູນກາງຈີນແລະສື່ມວນຊົນອາຊຽນໄດ້ເລີ່ມດຳເນີນການຮ່ວມມືຮອບໃໝ່,ພ້ອມທັງໄດ້ສະເໜີໂຄງການຈຸດສຸມສອງໂຄງການຄື: “ຖານອົບຮົມສ້າງເນັດໄອໂດຍຸກ Z” ແລະ “ ‘ສາຍດ່ວນ’ສື່ມວນຊົນຈີນ-ອາຊຽນ”.

      ທ່ານ ຢຽນສຽວມິງ ຮອງຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນແລະ ທ່ານ ຮວາງຈຸ້ນຮວາ ຮອງປະທານອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້າງກວາງຕ່າງໄດ້ຕາງໜ້າສອງຝ່າຍເຊັນ “ສັນຍາຂອບການຮ່ວມມືຍຸດທະສາດວິທະຍຸໂທລະພາບສູນກາງຈີນ-ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ”. ອີງຕາມສັນຍາ, ສອງຝ່າຍຈະລົງເລິກການຮ່ວມມືທາງຍຸດທະສາດ,ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ຍິ່ງມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ. ທ່ານ ລານທ່ຽນລີ້ ປະທານເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນແລະ ທ່ານ ຢຽນສຽວມິງ ຮອງຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນໄດ້ຮ່ວມກັນເປີດປ້າຍໃຫ້ແກ່ສາຂາຂອງວິທະຍຸໂທລະພາບສູນກາງຈີນປະຈຳເຂດກວາງຊີ.