ເຮືອບິນຂົນສົ່ງ-20 ຂອງກອງທັບອາກາດຈີນໄປຮັບເອົາອັດຖິຜູ້ເສຍສະຫຼະຊີວິດຂອງກອງທະຫານອາສາສະໝັກປະຊາຊົນຈີນຢູ່ ສ.ເກົາຫຼີ ງວດທີ 9 ກັບຄືນປະເທດ

2022-09-15 16:53:10 cri

      ວຽກງານການເອົາອັດຖິເຂົ້າຫີບສົບ,ຮັບ,ເຄື່ອນຍ້າຍແລະປົງສົບຜູ້ເສຍສະຫຼະຊີວິດຂອງກອງທະຫານອາສາສະໝັກປະຊາຊົນຈີນຢູ່ ສ.ເກົາຫຼີ ງວດທີ 9 ເລີ່ມປະຕິບັດລະຫວ່າງວັນທີ 14 ຫາ 17 ກັນຍານີ້. ຕອນເຊົ້າວັນທີ 14 ກັນຍານີ້, ເຮືອບິນຂົນສົ່ງ-20 ລຳໜຶ່ງຂອງກອງທັບອາກາດຈີນໄດ້ບິນອອກຈາກສະໜາມບິນແຫ່ງໜຶ່ງທາງພາກເໜືອຈີນ, ເພື່ອໄປປະຕິບັດໜ້າທີ່ຮັບເອົາອັດຖິຂອງຜູ້ເສຍສະຫຼະຊີວິດຂອງກອງທະຫານອາສາສະໝັກປະຊາຊົນຈີນຢູ່ ສ.ເກົາຫຼີ ງວດທີ 9 ກັບຄືນປະເທດ.

      ພັນເອກເຊີ່ນຈິ້ນເຄີ່  ໂຄສົກກອງທັບອາກາດຈີນແຈ້ງໃຫ້ຮູ້ວ່າ: ເຮືອບິນຂັບໄລ່-20 ຈະປ້ອງກັນການບິນໃຫ້ແກ່ເຮືອບິນຂົນສົ່ງ-20 ຢູ່ເຂດນ່ານຟ້າຂອງຈີນໃນເວລາເຄື່ອນຍ້າຍອັດຖິຜູ້ເສຍສະຫຼະຊີວິດຂອງກອງທະຫານອາສາສະໝັກປະຊາຊົນຈີນກັບຄືນປະເທດໃນວັນທີ 16 ກັນຍານີ້. ເມື່ອຮອດເວລານັ້ນ, ເຮືອບິນຂັບໄລ່-20 ແລະ ເຮືອບິນຂົນສົ່ງ-20 ຂອງກອງທັບອາກາດຈີນຈະບິນດ້ວຍທ່າສວນສະໜາມເພື່ອເຊີດຊູນ້ຳໃຈຜູ້ເສຍສະຫຼະເພື່ອການປະຕິວັດເຫຼົ່ານີ້.