ທ່ານສີຈິ້ນຜິງພົບປະປະທານາທິບໍດີກຽກກິດສະຖານ

2022-09-15 17:14:46 CRI

ຕາມຂ່າວCRI: ຕອນເຊົ້າວັນທີ 15 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ພົບປະກັບທ່ານຊາເດຍ ເນຍໂກໂຊວິກ ຈາປາໂຣຟ, ປະທານາທິບໍດີກຽກກິດສະຖານທີ່ເຮືອນຮັບແຂກເມືອງຊາມາຄານຂອງອຸດສະເບກິດສະຖານ.

 

ທ່ານສີຈິ້ນຜິງຊີ້ອອກວ່າ: ໃນເດືອນກຸມພາປີ 2022 ນີ້, ພວກຂ້າພະເຈົ້າໄດ້ດຳເນີນການແລກປ່ຽນຢ່າງມີໄມຕີຈິດ, ເລິກເຊິ່ງແລະຕິດແທດຕົວຈິງຢູ່ນະຄອນຫຼວງປັກກິ່ງຂອງຈີນ, ໂດຍໄດ້ບັນລຸຄວາມຮັບຮູ້ອັນສຳຄັນທີ່ເປັນເອກະພາບກັນຫຼາຍຢ່າງ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ພາຍໃຕ້ສະຖານະການໃໝ່, ສອງຝ່າຍຄວນເພີ່ມທະວີການສະໜັບສະໜູນຢ່າງເດັດດ່ຽວຕໍ່ກັນ, ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານ, ສືບຕໍ່ລົງເລິກການເຊື່ອມໂຍງຍຸດທະສາດດ້ານການພັດທະນາ. ຈີນຍິນດີເພີ່ມທະວີການປະສານງານກັບກຽກກິດສະຖານ, ສ້າງກົນໄກການພົບປະ ຈີນ+5 ປະເທດໃນອາຊີກາງ ໃຫ້ດີ, ຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກແລະຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກໃຫ້ດີ, ເດັດດ່ຽວປົກປ້ອງຄວາມຍຸຕິທຳແລະຄວາມເປັນທຳສາກົນ, ປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງປະເທດພວມພັດທະນາຕ່າງໆ.

 

ທ່ານຊາເດຍ ເນຍໂກໂຊວິກ ຈາປາໂຣຟ, ປະທານາທິບໍດີກຽກກິດສະຖານກ່າວວ່າ, ກຽກກິດສະຖານເຄົາລົບຫຼັກການປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນ, ຍິນດີເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ, ເສ້ັນທາງລົດໄຟ, ການຕ້ານການລະບາດຂອງພະຍາດ, ຄວາມປອດໄພແລະຂົງເຂດຕ່າງໆກັບຈີນ, ລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງກຽກກິດສະຖານ-ຈີນ. ກຽກກິດສະຖານຍິນດີຮັດແໜ້ນການປະສານງານກັບຈີນ, ປົກປ້ອງຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນຮ່ວມກັນ.