ຈີນຊົມເຊີຍຣັດເຊຍທີ່ແຕ່ງຕັ້ງເອກອັກຄະລັດຖະທູດປະຈຳຈີນຄົນໃໝ່

2022-09-15 14:46:02 cri


ວັນທີ 14 ກັນຍານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບຣັດເຊຍໄດ້ແຕ່ງຕັ້ງເອກອັກຄະລັດຖະທູດປະຈຳຈີນຄົນໃໝ່ວ່າ: ຈີນຍິນດີສືບຕໍ່ຮ່ວມກັບຣັດເຊຍ, ຈັດຕັ້ງປະຕິບັດຄວາມເຫັນສຳຄັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດ, ຊຸກຍູ້ໃຫ້ການພົວພັນຄູ່ປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງຈີນ-ຣັດເຊຍກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ໃນມໍ່ໆມານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ລົງນາມໃນລັດຖະດຳລັດ ໂດຍແຕ່ງຕັ້ງທ່ານອີກໍ ໂມກູໂລຟ ເປັນເອກອັກຄະລັດຖະທູດຣັດເຊຍປະຈຳຈີນຄົນໃໝ່. ທ່ານນາງໝາວໜິງໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນຊົມເຊີຍການທີ່ຣັດເຊຍແຕ່ງຕັ້ງເອກອັກຄະລັດຖະທູດປະຈຳຈີນຄົນໃໝ່, ເຊື່ອໝັ້ນວ່າທ່ານໂມກູໂລຟ ຈະເສີມຂະຫຍາຍບົດບາດທີ່ສຳຄັນ ເພື່ອເພີ່ມທະວີມິດຕະພາບແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະຊາຊົນສອງຊາດ ແລະຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດ.