ປະເທດໄທເກີດເຫດການຍິງກັນຢູ່ໂຮງຮຽນການທະຫານແຫ່ງໜຶ່ງ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະບາດເຈັບ 1 ຄົນ

2022-09-15 11:41:17 CRI


     ອີງຕາມສື່ມວນຊົນປະເທດໄທແຈ້ງຂ່າວວ່າ: ຕອນເຊົ້າວັນທີ 14 ກັນຍານີ້ ຕາມເວລາທ້ອງຖິ່ນ, ຢູ່ໂຮງຮຽນທະຫານບົກແຫ່ງໜຶ່ງຂອງປະເທດໄທທີ່ຕັ້ງຢູ່ນະຄອນຫຼວງບາງກອກໄດ້ເກີດເຫດການຍິງກັນ, ມາຮອດປັດຈຸບັນ ມີຜູ້ເສຍຊີວິດ 2 ຄົນ ແລະບາດເຈັບ 1 ຄົນ.



     ພາຍຫຼັງເກີດເຫດແລ້ວ, ຕຳຫຼວດໄດ້ປິດລ້ອມສະຖານທີ່ເກີດເຫດ. ຕາມຂ່າວແຈ້ງໃຫ້ຮູ້ວ່າ, ຜູ້ກໍ່ເຫດທີ່ເປັນທະຫານບົກອາຊີບໄດ້ອອກມາຍອມຈຳນົນໃນທີ່ສຸດ. ສ່ວນສາເຫດລະອຽດຍັງບໍ່ທັນແຈ້ງໃຫ້ຮູ້ເທື່ອ.