ເຄື່ອງຈັກຂອງເຮືອບິນໂດຍສານອິນເດຍລຳໜຶ່ງເກີດໄຟໄໝ້ຢູ່ສະໜາມບິນນະຄອນຫຼວງໂອມານ

2022-09-15 14:42:41 cri

ຕາມຂ່າວຈາກອົງການການບິນພົນລະເຮືອນໂອມານໃຫ້ຮູ້ວ່າ: ເວລາ 11 ໂມງ 33 ນາທີຂອງວັນທີ 14 ກັນຍານີ້ຕາມເວລາທ້ອງຖິ່ນ, ເຮືອບິນໂດຍສານອິນເດຍລຳໜຶ່ງໄດ້ເກີດຂັດຂ້ອງກ່ອນບິນຂຶ້ນຢູ່ສະໜາມບິນສາກົນມັສຄັດນະຄອນຫຼວງໂອມານ, ເຮັດໃຫ້ເຄື່ອງຈັກເຮືອບິນໜ່ວຍໜຶ່ງເກີດໄຟໄໝ້, ສະໜາມບິນເຂົ້າສູ່ສະພາບການສຸກເສີນໃນທັນທີ. ສ່ວນການຍົກຍ້າຍຜູ້ໂດຍສານ ໄດ້ເກີດຄວາມສົມລະວົນແລະຢຽບກັນ ເຊິ່ງເຮັດໃຫ້ຄົນຈຳນວນໜຶ່ງໄດ້ຮັບບາດເຈັບເລັກໜ້ອຍ.

ປັດຈຸບັນ, ສະໜາມບິນສາກົນມັສຄັດໄດ້ຍົກເລີກສະພາບການສຸກເສີນ, ສາເຫດທີ່ພາໃຫ້ເຄື່ອງຈັກເຮືອບິນເກີດໄຟໄໝ້ນັ້ນພວມສືບສວນຢູ່.